ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-07 17:36:53    
ທ່ານຖາງເຈຍສວນໄປຢາມສົມເດັດນະໂລດົມສີຫະນຸພ້ອມດ້ວຍພະມະເຫສີ
ແລະສົມເດັດນະໂລດົມ ສີຫະໂມນີ

cri Author: mo
ຕາມ​ຂ່າວCRI: ​ໂດ​ຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ ​ແລະ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ, ວັນ​ທີ 7 ມັງກອນ​ຢູ່​ປັກ​ກິ່ງ, ທ່ານ​ຖາງ​ເຈຍ​ສວນ ທີ່​ປຶ​ກສາ​ແຫ່ງ​ລັດ​ຈີນ​ໄດ້​ໄປ​ຢາມ​ສົມ​ເດັດ​ນະ​ໂລ​ດົມ ສີຫະ​ນຸ ອະດີດ​ເຈົ້າຊີວິດ​ພ້ອມດ້ວຍ​ພະມະ​ເຫ​ສີ​ແລະ​ສົມ​ເດັດນະ​ໂລ​ດົມ ສີຫະ​​ໂມ​ນີ​ເຈົ້າຊີວິດ​ກຳປູ​ເຈຍ, ​ແລະອວຍພອນ​ປີ​ໃໝ່​ຕໍ່​ພວກ​ເພີ່ນ.

ທ່ານ​ຖາງ​ເຈຍ​ສວນ​ກ່າວ​ເນັ້ນວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງນຳການ​ພົວພັນ​ກັບ​ກຳປູ​ເຈຍ, ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ກຳປູ​ເຈຍ, ຍົກ​ການ​ພົວພັນ​​ມິດຕະພາບ​ແລະ​ຮ່ວມ​ມື​ກັນລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ໄມຕີ​ຈິດ​ຕໍ່​ກັນທຸກ​ເຊັ່ນ​ຄົນ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຈະ​ເຮັດ​ຄື​ແຕ່​​ເກົ່າ​ເມືອ​ຫລັງ​, ສະໜັບສະໜູນ​ກຳປູ​ເຈຍ​ທຳ​ຄວາມ​ພະຍາຍາມ​ເພື່ອ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຊາດ​ແລະຊຸກ​ຍູ້​ເສດຖະກິດ​​ໃຫ້​ມີ​ການພັດທະນາ.

ສົມ​ເດັດນະ​ໂລ​ດົມ​ສີຫະ​ນຸ​ແລະສົມ​ເດັດ​ສີຫະ​ໂມ​ນີຊົງ​ຕັດ​ວ່າ, ພະ​ບໍລົມ​ມະ​ວົງສາ​ນຸວົງ ລັດຖະບານ ​ແລະ​ປະຊາຊົນ​ກຳປູ​ເຈຍ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫລັງ​ສະໜັບສະໜູນ​ຢ່າງ​ໝັ້ນໜຽວ​ຕໍ່ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການໂຮມ​ເຂົ້າ​ເປັນ​ເອກະ​ພາບກັນ​ຂອງ​ຈີນ, ອວຍພອນ​ໃຫ້ຈີນ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ພັດທະນາ.

ສົມ​ເດັດ​ສີຫະ​ໂມ​ນີ​ແມ່ນ​ສະ​ເດັດ​ປະພາດສົມ​ເດັດ​ນະ​ໂລ​ດົມ ສີຫະ​ນຸ ພ້ອມ​ດ້ວຍ​ພະມະ​ເຫ​ສີ​ຢູ່​ທີ່​ປັກ​ກິ່ງໃນ​ວັນ​ທີ 1 ມັງກອນ.