ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-08 17:13:09    
ອຸດສາຫະກຳ​ອາ​ຫານ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ອຸດສາຫະກຳ​ອາຫານ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ​ໃນ 5 ປີ​ທີ່​ຜ່ານ​ມາ, ສະ​ເລ່ຍ​ແລ້ວ, ຍອດ​ມູນ​ຄ່າ​ຜະລິດ​ຕະພັນອຸດສາຫະກຳ​ອາຫານ​ໄດ້​​ເຕີບ​ໂຕ 15% ຂຶ້ນ​ໄປຕໍ່​ປີ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ປີ​ກາຍ​ນີ້, ຍອດ​ມູນ​ຄ່າ​ຜະລິດ​ຕະພັນອຸດສາຫະກຳ​ອາຫານ​ຂອງ​ຈີນ​ໄດ້​ລື່ນກາຍ 1600 ຕື້​ຢວນ​, ​ເພີ່ມ​ຂຶ້ນໜຶ່ງ​ເທົ່າ​ພາຍ​ໃນ 5 ປີ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ຈີນ​ກ່າວ​ວ່າ, ປັດຈຸບັນ, ອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ​ທີ່​ຖື​ການ​ປຸງ​ແຕ່ງອາຫານ​ເປັນ​ຫລັກ​ໄດ້​ກາຍ​ເປັນໜຶ່ງ​ໃນ​ອຸດສາຫະກຳ​ເສົາ​ຄ້ຳທີ່​ສຳຄັນ​ທີ່​ມີ​ພະລັງ​ຊີວິດ​ແລະ​ກຳລັງ​ແຮງ​ກວ່າ​ໝູ່​ໃນ​ເສດຖະກິດ​ແຫ່ງ​ຊາດ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເຂົ້າ​ແທນບໍ່​ໄດ້​ໃນ​ການ​ສັບ​ຊ້ອນ​ອົງ​ປະກອບ​ກະສິກຳ ​ຊາວ​ກະສິກອນ​ມີ​ລາຍ​ໄດ້ເພີ່ມຂຶ້ນ ​ແລະ​ການ​ຍົກຍ້າຍ​ແຮງງານ​ຊົນນະບົດ.