ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 11:19:11    
ຈີນກຳນົດ"ວັນມໍ​ລະ​ດົກ​ວັດ​ທະ​ນະ​ທຳ"

cri Author: mo
ຕາມຂ່າວຈາກໜັງສືພິມເຢິນມີນຢື້ປ້າວຂອງຈີນ: ແຕ່ປີນີ້ເປັນຕົ້ນໄປ, ວັນ​ເສົາ​ທີ​ສອງຂອງ​​ເດືອນ​ມິຖຸນາທຸກ​ປີ​​​ແມ່ນ"​ວັນ​ມໍລະດົກ​ວັດທະນະທຳ​"ຂອງ​ຈີນ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ແນະນຳວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ຈະ​ເຫັນ​ໄປ​​ໃນ​ແງ່​ດີ​ບໍ່​ໄດ້ຕໍ່ສະຖານະ​ການ​ຂອງວຽກ​ງານ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ຂອງ​ຈີນ​, ລັດຖະບານ​ຫວັງ​ຢາກ​ຜ່ານຈາກ​ການ​ກຳນົດ"ວັນ​ມໍລະດົກ​ວັດທະນະທຳ", ມາ​​ເຮັດ​ໃຫ້​ປະຊາຊົນ​ທຸກ​ຖ້ວນ​ໜ້າ​ມີ​ສະຕິຮັກສາ​ມໍລະດົກ​ວັດທະນະທຳ​​ເພີ່​ມຂຶ້ນ.

ຕາມ​ຊາບ​ວ່າ, ຈີນ​ໄດ້​ກຳນົດ​ເປົ້າໝາຍ​ຮັກສາ​ມໍລະດົກ​ວັດທະນະທຳ​ແລ້ວ, ​ ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ທຳລາຍ​ມໍລະດົກ​ວັດທະນະທຳ, ຈີນ​ຍັງ​ຈະ​ສ້າງ​ລະບອບ​ໜ້າ​ທີ່​ຮັບຜິດ​ຊອບ​​ແລະ​ລະບອບ​ສືບ​ຫາໜ້າ​ທີ່​ຮັບຜິດຊອບ​ຕໍ່​ການ​ຮັກສາມໍລະດົກ​ວັດທະນະທຳ.