ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 20:41:17    
ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ແລະ​ແຮງ​ງານ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ມັງກອນ,  ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ການ​ຄ້າ​ຈີນ​ວ່າ, ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ພະຈິກ​ປີ 2005, ການ​ລົງທຶນ​ຂອງ​ປະ​ເທດ​ອາຊຽນ​ມາ​ລົງທຶນ​ຢູ່​ຈີນ​ໄດ້​ບັນລຸ 2 ຕື້​ 810 ລ້ານ​ໂດ​ລາ​ສະຫະລັດ. ນັບ​ມາ​ຮອດ​ເດືອນ​ພະຈິກ​ປີ 2005, ​ການ​ລົງທຶນ​ຂອງປະ​ເທດ​ອາຊ​ຽນ​ຢູ່​ຈີນ​ໄດ້​ບັນລຸ 2 ໝື່ນ 6659 ​ໂຄງການ, ​ເງິນທຶນ​ມີ​ເຖິງ 38 ຕື້ 220 ລ້ານ​ໂດ​ລາ​ສະຫະລັດ.

ຕາມ​ສະ​ຖິຕິ​ອັນບໍ່​ຄົບ​ຖ້ວນ, ນັບ​ມາ​ຮອດ​ເດືອນ​ພະຈິກ​ປີ 2005, ວິ​ສາ​ຫະກິດ​ຈີນ​ໄດ້​ລົງທຶນ 1 ຕື້​ 140 ລ້ານ​ໂດ​ລາ​ສະຫະລັດ​ຢູ່ 10 ປະ​ເທດ​ອາຊ​ຽນ. ຍອດ​ມູນ​ຄ່າ​ຂໍ້​ຜູກ​ພັນ​ຮັບ​ເໝົາ​ແຮງ​ງານ​ຂອງ​ວິ​ສາ​ຫະກິດ​ຈີນຢູ່​ປະ​ເທດ​ອາຊ​ຽນ​ມີ 34 ຕື້ 100 ລ້ານ​ໂດ​ລາ​ສະຫະລັດ, ​ໄດ້ສຳ​ເລັດ​ 22 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ. ຕາມ​ແນະ​ນຳ​ວ່າ, ສິງກະ​ໂປ, ມາ​ເລ​ເຊຍ, ມຽນມາ, ​ໄທ​ແລະ​ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ຈີນຮັບ​ເໝົາ​ແຮງ​ງານ​ຫຼາຍ​ກວ່າ​ເພິ່ນ​ໃນ​ອາຊ​ຽນ.