ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 22:13:27    
ປັກ​ກິ່ງ​ຕິດ​ເຄື່ອງຫມາຍ​ເອ​​ເລັກ​ໂຕຼນິກ​ໃສ່ອາຫານ​​ໂອລິມປິກ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ທ່ານ​ຈັ່ງ​ຈີ້​ຄວນ ຫົວຫນ້າ​ພະ​ແນ​ກ ອຸດສາຫະກຳ​ການ​ຄ້າ​ນະ​ຄອນປັກ​ກິ່ງ​ໄດ້​ປະກາດ​ວ່າ,ປະຈຸ​ບັນ, ນະຄອນ​ປັກ​ກິ່ງ​ພວມ​ກຳນົດທີ່​ຫມັ້ນ​ທີ່​ຜະລິດອາຫານ​ໂອ​ລິ​ມປິກ​ແຕ່​ລະ​ແຫ່ງ, ອາຫານ​ໂອ​ລິ​ມປິກ​ທີ່​ຖືກ​ກຳນົດ​ນັ້ນ​ຈະ​ຕິດ​ເຄື່ອງຫມາຍ​ເອ​​ເລັກ​ໂຕຼນິກ.​ເຄື່ອງຫມາຍ​ຊະນິດ​ນີ້​ຈະ​ກວມ​ຂໍ້​ມູນ​ຂ່າວສານ​ຄວາມ​ປອດ​ໄພ​ຂອງ​ອາຫານ​ເຊັ່ນ:ປູກຝັງ ລ້ຽງ ​ໃສ່​ຝຸ່ນ​ແລະ​ໃຊ້​ຢາປາບ​ສັດຕູ​ພືດ​ເປັນ​ຕົ້ນ,ພ້ອມ​ດ້ວຍ​ຂໍ້​ມູນ​ຂ່າວສານອາຫານໃນ​ການ​ຈໍລະ​ຈອນເຊັ່ນ:​ປຸງ​ແຕ່ງ ຂົນ​ສົ່ງ ຫຸ້ມຫໍ່​ແລະຈຳຫນ່າຍ​ເປັນ​ຕົ້ນ.ຕາບ​ໃດ​ປະກົດ​​ເຫັນ​ອາຫານ​​ມີ​ບັນຫາ​ແລ້ວ,​ໃຊ້​ລະບົບ​ຕິດຕາມ​ຄວບ​ຄຸມ​ຄວາມ​ປອດ​ໄພ​ອາຫານນະ ຄອນ​ປັກ​ກິ່ງ,ຜູ່​ຕິດຕາມ​ຄວບ​ຄຸມ​ຈະກວ​ດ​​ແຫຼ່ງ​ກຳ​ເນີ​ດແລະ​​ເສັ້ນ ທາງ​ຈໍລະ​ຈອນຂອງ​ອາຫານ,​ທັງໃຊ້​ມາດ​ຕະການ​ຄວບ​ຄຸມ​ຢ່າງ​ທັນ​ການ, ກຳຈັດ​ຄວາມ​ອັດ​ຕະລາຍ​ໃຫ້​ຫຼາຍ​ເທົ່າ​ທີ່​ຫຼາຍ​ໄດ້.


ທ່ານ​ຈັ່ງ​ຈີ້​ຄວນ​ຍັງ​ສະ​ເຫ​ນີວ່າ,ປີ 2006,ນະຄອນ​ປັກ​ກິ່ງ​ຈະ​ເລີ່​ມ​ປະຕິບັດແຜນ​ດຳ​ເນີນ​ງານ​ຂອງ​ອາຫານ​​ໂອ​ລິ​ມປິກ​ຢ່າງຮອບດ້ານ.