ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-10 11:33:56    
ຈີນ​ພະຍາຍາມ​ສ້າງ​ເປັນ​ປະ​ເທດ​ແບບ​ປະ​ດິດ​ສ້າງ​ໃນ​ປີ 2020

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ເປົ້າໝາຍ​ຂອງ​ຈີນ​ໃນ​ການ​ພັດທະນາ​ວິທະຍາສາດ​ເຕັກນິກ​ໃນ 15 ປີ​ຂ້າງ​ໜ້າ​ແມ່ນ: ​ສ້າງ​ເປັນ​ປະ​ເທດ​ແບບ​ປະດິດ​ສ້າງ​​ໃນ​ປີ 2020, ​ເຮັດ​ໃຫ້​ການ​ພັດທະນາ​ວິທະຍາສາດ​ເຕັກນິກ​ຄ້ຳ​ຊູການ​ພັດທະນາ​ເສດຖະກິດ​ສັງຄົມຢ່າງ​ແຂງ​ແຮງ.

ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​​ໄດ້​ວາງ​ເປົ້າໝາຍ​ດັ່ງກ່າວ​ໃນ​ຄຳ​ປາ​​ໄສ​ທີ່​ກ່າວ​ໃນ​ກອງ​ປະຊຸມ​ວິທະຍາສາດ​ເຕັກນິກ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 9 ມັງກອນ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຊຸ່ນ​ຫົງ​ເລ້ ບັນດິດ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ກ່າວ​ວ່າ, ການຍົກ​ຄວາມ​ສາມາດ​ປະດິດ​ສ້າງ​ໃຫ້​ສູງ​ຂຶ້ນ, ບັນລຸ​ການ​ຫັນປ່ຽນຮູບ​ການ​ເຕີບ​ໂຕທາງ​ເສດຖະກິດ​ຢ່າງ​ແທ້​ຈິງນັ້ນ, ​ໄດ້​ກາຍ​ເປັນ​ການ​ເລືອກ​ເອົາດ້ານ​ນະ​ໂຍບາຍ​ສຳຄັນ​ອັນ​ຮີບ​ດ່ວນ​ທີ່​ສຸດ​​ທີ່​ຈີນ​ປະ​ເຊີນໃນ​ການ​ພັດທະນາ​​ເສດຖະກິດ​.

ຕາມ​ສະຖິຕິ, ປະຈຸ​ບັນ, ອັດຕາ​ປະກອບສ່ວນ​ຂອງ​ວິທະຍາສາດ​ເຕັກນິກ​ທີ່​ກ້າວໜ້າຂອງຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ທາງເສດຖະກິດ​ພຽງ​ແຕ່​ 39%, ​ແຕ່​ປະ​ເທດ​ພັດທະນາ​ເຊັ່ນ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ເປັນຕົ້ນພັດສູງ​ເຖິງ 70%. ຫວ່າງ​ມໍ່ໆ​ນີ້, ຈີນ​ໄດ້​ປະກາດ​ແຜນການ​ພັດທະນາ​ວິທະຍາສາດ​ເຕັກນິກ​ໄລຍະ​ກາງ​ໄລຍະ​ຍາວ​ແຫ່ງຊາດ​ໂດຍ​ຊີ້​ອອກ​ວ່າ, ຮອດ​ປີ 2020, ອັດຕາ​ປະກອບສ່ວນ​ຂອງ​ວິທະຍາສາດ​ເຕັກ​ນິກທີ່​ກ້າວໜ້າ​ຂອງຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕທາງ​ເສດຖະກິດຕ້ອງ​ຍົກ​ສູງ​ຮອດປະມານ 60%, ​ເພື່ອ​ເລື່ອງ​ນີ້, ຈີນ​ຈະ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ການຄົ້ນຄວ້າ​ວິທະຍາສາດ​ຢ່າງ​ຫຼວງຫຼາຍ.