|
ຈີນຕັ້ງໜ້າໃຊ້ແພດແລະຢາພື້ນເມືອງຈີນຮັບມືເຫດການສາທາລະນະສຸກກະທັນຫັນປ້ອງກັນແລະປິ່ນປົວພະຍາດໜັກ
cri
ຕາມຂ່າວCRI: ວັນທີ 10 ມັງກອນ, ຢູ່ທີ່ປັກກິ່ງ, ທ່ານນາງເຊີ່ຈິ້ງ ຫົວໜ້າກົມຄຸ້ມຄອງແພດແລະຢາພື້ນເມືອງຈີນແຫ່ງຊາດຈີນເວົ້າວ່າ, ຈີນພວມຕັ້ງໜ້າໃຊ້ແພດແລະຢາພື້ນເມືອງຈີນຮັບມືກັບເຫດການສາທາລະນະສຸກກະທັນຫັນ, ປ້ອງກັນແລະປິ່ນປົວພະຍາດໜັກ.
ໃນກອງປະຊຸມວຽກງານແພດແລະຢາພື້ນເມືອງຈີນທົ່ວປະເທດທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານນານເຊີ່ຈິ້ງແນະນຳວ່າ, ປະຈຸບັນ, ຈີນໄດ້ເລີ່ມປ້ອງກັນແລະຄວບຄຸມຄົນຕິດແປດພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງດ້ວຍແພດແລະຢາພື້ນເມືອງຈີນ, ໄດ້ວາງແຜນບົ່ງມະຕິແລະປິ່ນປົວທີ່ກ່ຽວຂ້ອງ, ພ້ອມທັງໄດ້ຈັດຕັ້ງການຄົ້ນຄວ້າວິທະຍາສາດກ່ຽວກັບການປ້ອງກັນແລະຄວບຄຸມຄົນຕິດແປດໄຂ້ຫວັດສັດປີກດ້ວຍແພດແລະຢາພື້ນເມືອງຈີນ.
ນອກນີ້, ຈີນຍັງໄດ້ຕັ້ງສູນປ້ອງກັນແລະປິ່ນປົວໂຣກແອດດ້ວຍແພດແລະຢາພື້ນເມືອງຈີນ, ໄດ້ສ້າງທີ່ໝັ້ນປ້ອງກັນແລະປິ່ນປົວໂຣກແອດດ້ວຍແພດແລະຢາພື້ນເມືອງຈີນ 6 ແຫ່ງຢູ່ແຂວງເຮີນານ, ປັກກິ່ງແລະເຂດອື່ນໆ.
|
|