ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 18:50:56    
ທ່ານ​ຮວງ​ຈູ​ແລະ​ທ່ານ​ຫຼີຊາງ​ຊຸ່ນ​ແລະ​ທ່ານ​ອື່ນໆ​ໄປຊົມງານວາງ​ສະ​ແດງ​ຜົນສຳ​ເລັດ​ອັນສຳຄັນ​ໃນ​ດ້ານ​ປະດິດ​ສ້າງ​ວິທະຍາສາດ​ເຕັກນິກ

cri

 

ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ​ວັນ​ທີ 10 ມັງກອນ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຮວງ​ຈູ ກຳມະກອນ​ປະຈຳການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ ຮອງ​ນາຍົກລັດຖະມົນຕີຈີນ​ທ່ານ​ຫຼີຊາງ​ຊຸ່ນ ກຳມະກອນປະຈຳການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ​ໄດ້​ໄປ​ຊົມ​ງານວາງສະ​ແດງ​ຜົນສຳ​ເລັດອັນ​ສຳຄັນ​​ໃນດ້ານ​ປະດິດ​ສ້າງ​​ວິທະຍາ​ສາດ​ເຕັກນິກ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານ​ຮວງ​ຈູ​ແລະ​ທ່ານ​ຫຼີຊາງ​ຊຸ່ນ​ເປັນ​ຕົ້ນ​ຕ່າງ​ໄດ້​​ໄປຮອດ​ຫ້ອງວາງສະ​ແດງ,​ເບິ່ງ​ແລະ​ຊອກຮູ້ຈັຜົນສຳ​ເລັດ​ອັນສຳຄັນ​ຕ່າງໆ​ທີ່​ຈີນ​ໄດ້​ຮັບ​ຄວາມ​ກ້າວຫນ້າ​ດ້ານວິທະຍາສາດ​ເຕັກນິກ​ແລະ​ການປະດິດ​ສ້າງໃນ​ຫຼາຍ​ປີ​ມາ​ນີ້ຢ່າງ​ລະອຽດ,ພອມທັງ​ສະພາບ​ການຄົ້ນຄວ້າ ພັດທະນາ​ແລະການ​ເຜີຍ​ແຜ່ຢູ່​ຕະຫຼາດ​ຂອງ​ເຕັກ​ນິກ​ແລະ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ.

ງານວາງສະ​ແດງ​ຜົນສຳ​ເລັດ​ອັນສຳຄັນ​​ດ້ານປະດິດ​ສ້າງ​ວິທະຍາສາດ​ເຕັກນິກ​ໄດ້​ຖື​ການ​ເພີ່ມ​ທະວີ​ຄວາມ​ສາມາດປະດິດສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ ເປັນ​ຫຼັກ, ​ໄດ້ວາງສະ​ແດງ​ຫມາກຜົນ​ວິທະຍາ​ດ​ເຕັກນິກ​ທີ່​ສຳຄັນ​ຂອງ​ຈີນ 480ກວ່າ​ລາຍແລະຂອງ​ຈິງແລະຮູບຈຳ​ຮອງ 800 ກວ່າ​ອັນ,​ໄດ້ສະ​ແດງ​ໃຫ້​ເຫັນ​ຫມາກ ຜົນ​ອັນສຳຄັນ​ໃນ​ດ້ານ​ປະດິດສ້າງວິທະຍາສາດ​ເຕັກນິກ​,ການ​ບຸກທະລຸ ດ້ານ​ໄຮ​ເຕັກ​ແລະ​ຖັນ​ແຖວ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໄດ້​​​ເຕີບ​ໃຫຍ່ຂະຫຍາ​ຍຕົວ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ