ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 20:55:44    
ຈີນ​ລົງທຶນ​ກ້ອນ​ໃຫຍ່​ເລີ່​ມປະຕິບັດກົນ​ໄກ​ໃຫມ່​ກ່ຽວ​ກັບ​ການ​ຮັບປະກັນ​ຄ່າ​ໃຊ້​ຈ່າຍດ້ານ​ການ​ສຶກສາ​ພາກ​ບັງຄັບຢູ່ຊົນນະບົດ​ຂອງ​​ເຂດພາກ​​ຕາ​ເວັນ​ຕົກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຈີນ​ຈະ​ລົງທຶນ 3 ຕື້ 690 ລ້ານ​ຢວນ,​ເລີ່​ມປະຕິບັດ ກົນ​ໄກ​ໃຫມ່​ທີ່ຮັບບປະກັນ​ຄ່າ​ໃຊ້​ຈ່າຍດ້ານ​ການ​ສຶກສາ​ພາກ​ບັງຄັບຢູ່​ຊົນນ​ະບົດ​ຂອງ​​​ເຂດ​ພາກ​ຕາ​ເວັນ​ຕົກ.

ນີ້​ແມ່ນ​ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ການ​​ເງິນ​ຈີນ​​​ປະກາດຕໍ່​ພາຍ​ນອກ​ໃນ​ວັນ​ທີ 11 ມັງກອນ.ຜູ່ຮັບຜິດຊອ​ບຜູ່​ນີ້​ກ່າວ​ວ່າ,​ ທຶນ​ກ້ອນ​ນີ້​ຈະ​ເບີກ​ໃຫ້ຢູ່​ເຂດ​ທຸກ​ຍາກ​ຂອງ​ພາກ​ຕາ​ເວັນ​ຕົກຫມົດ,ຕົ້ນຕໍ​ໃຊ້​ເຂົ້າ​ໃນການ​ເກື້ອກູນ​​ຄ່າ​ຮຽນ​ສັບພະ​ປິ​ຂອງ​ນັກຮຽນ​ຢູ່​ເຂດ​ທຸກ​ຍາກ​ແລະ​ຍົກ​ລະດັບ​ຮັບປະກັນ​ຄ່າ​ໃຊ້​ຈ່າຍ ດ້ານສາທາລະນະ​ໃຫ້​ສູງ​ຂຶ້ນ.

ປະຈຸ​ບັນ,ຈີນ​ໄດ້​ປະຕິບັດ​ການ​ສຶກສາ​ພາກ​ບັງຄັບ​ 9 ປີ​ທີ່​ບໍ່​ເກັບ​ຄ່າ​ຮຽນ.ລັດຖະບານ​ຈີນ​​ໄດ້​ຕົກລົງ​ວ່າ​​ແຕ່​ປີ​ນີ້​​ເປັນ​ຕົ້ນ​ໄປ,ຈະຍົກ​ເວັ້ນຄ່າ​ຮຽນ​ສັບພະ​ປິ​ທັງ​ຫມົດຂອງນັກ​ຮຽນ​ໃນ​ໄລຍະ​ການ​ສຶກ ສາ​ພາກ​ບັງຄັບຢູ່ຊົນນະບົດຂອງ ພາກ​ຕາ​ເວັນ​ຕົກ​ປີຫນ້າ​ຈະ​ເບີດກວ້າງ​ໄປ​ຮອດ​​ເຂດພາກ​ກາງ​ແລະ​​​ເຂດພາກ​ຕາ​ເວັນ​ອອກ​