ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-16 20:08:32    
ທ່ານ​ຮຸຍ​ລຽງ​ຢູ້ຫວັງ​ໃຫ້​ຈີນ​ໄທ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ

cri Author: MO


ຕາມ​ຂ່າ​ວສານ​ຊີ​ນຮວາ: ທ່ານ​ຮຸຍ​ລຽງ​ຢູ້ ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ຈີນ​ໄທ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍດ​ຕື່ມ​ອີກ​ໃນ​ຂົງ​ເຂດ​ຕ່າງໆ.

ວັນ​ທີ 16 ມັງກອນ, ຢູ່​ທີ່​ປັກ​ກິ່ງ, ​ໃນ​ເວລາ​ພົບ​ປະ​ທ່ານ​ຊະວະລິດ ຢົງ​ໃຈ​ຢຸດ ອະ​ດີດ​ນາຍົກ​ລັດຖະ​ມົນຕີ​ໄທ​ພ້ອມ​ດ້ວຍ​ຄະນະ​ທີ່​ມາ​ຢ້ຽມຢາມ​, ທ່ານ​ຮຸຍ​ລຽງ​ຢູ້​ເວົ້າວ່າ,​ແຕ່​ຈີນ​ໄທ​ສ້າງສາ​ຍສຳພັນ​ການ​ທູດມາ​ນີ້, ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ມິດຕະພາບ​ຢ່າງ​ຮອບດ້ານ. ສອງ​ປະ​ເທດ​ຕ່າງ​ໄດ້​ສະໜັບ​ສະໜູນ​ກັນ​ໃນ​ວຽກ​ງານ​ສາກົນ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໄດ້​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ໄປມາຫາ​ສູ່​ກັນ​ຝ່າຍ​ພົນລະ​ເຮືອນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ທ່ານ​ຫວັງ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ຕື່ມ​ອີກ​ໃຫ້ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ໄທ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຊະວະລິດເວົ້າວ່າ, ຝ່າຍ​ໄທ​ຂອບ​ໃຈ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່ຊ່ອຍ​ເຫຼືອ​ປະຊາຊົນ​ຂອງ​ໄທຢ່າງ​ເອື້ອ​ເຟື້ອ​ເພື່ອ​ແຜ່. ທ່ານ​ຫວັງ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ດ້ານ​ວັດທະ​ນະທຳ​ການ​ສຶກສາ​ລະຫວ່າງ​ຊາວ​ໜຸ່ມ​​ເຍົາວະ​ຊົນ, ສືບທອດ​ໄມ​ຕີ​ຈິດ​​ໄທ​ຈີນ​ໃນ​ທຸກ​ເຊັ່ນ​ຄົນ.