|
![](/images/spacer.gif) |
(GMT+08:00)
2006-01-16 20:34:14
|
![](/images/shim.gif) |
ຈີນຈະສືບຕໍ່ເສີມສ້າງວຽກງານປົກປັກຮັກສາສິດແມ່ແລະເດັກ
cri
Author: MO
ຕາມຂ່າວCRI: ຈີນຈະສືບຕໍ່ເສີມສ້າງວຽກງານປົກປັກຮັກສາສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງແມ່ຍິງແລະເດັກນ້ອຍ, ສະໜອງສະພາບແວດລ້ອມດ້ານນະໂຍບາຍ ລະບອບກົດໝາຍແລະສັງຄົມທີ່ດີກວ່າເກົ່າເພື່ອປົກປັກຮັກສາສິດແລະຜົນປະໂຫຍດຂອງແມ່ແລະເດັກ. ໃນກອງປະຊຸມທີ່ກ່ຽວຂ້ອງທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 16 ມັງກອນ, ນັກຂ່າວໄດ້ຊາບວ່າ, ຕໍ່ໄປພາຍໜ້າ, ຝ່າຍທີ່ກ່ຽວຂ້ອງຂອງຈີນຈະລົງມືໃນດ້ານຈຸດໜັກຕ່າງໆເຊັ່ນເອົາໃຈໃສ່ນຳສິດແລະຜົນປະໂຫຍດຂອງແມ່ຍິງຊົນນະບົດ, ປົກປ້ອງໃຫ້ແມ່ຍິງມີຖານະປະກອບອາຊີບຢ່າງສະເໝີພາບ, ເພີ່ມທະວີການປົກປັກຮັກສາສິດໃນຂັ້ນຮາກຖານເປັນຕົ້ນ, ບູລະນະວຽກງານປົກປັກຮັກສາສິດປະໂຫຍດໃຫ້ແມ່ແລະເດັກໃຫ້ສົມບູນຂຶ້ນຕື່ມ.
ຕາມການສະເໜີ, ປີ 2005, ກຳມະກອນເພດຍິງທີ່ເຂົ້າຮ່ວມການປະກັນໄພປະສູດຂອງຈີນໄດ້ເພີ່ມຂຶ້ນຫລາຍກວ່າປີ 2004 16%, ອັດຕາເຂົ້າໂຮງໂຮງໂດຍບໍ່ເກັບຄ່າຂອງເດັກກຳພອຍທີ່ຢູ່ໃນໄວກະສຽນລື່ນກາຍ 92%. ວຽກງານກອບກູ້ແລະປົກປ້ອງເດັກນ້ອຍທີ່ພະເນຈອນກໍມີປະສິດທິພາບສູງຂຶ້ນເລື້ອຍໆ. ກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດແມ່ແລະເດັກທີ່ໄດ້ປັບປຸງແລ້ວນັ້ນກໍເລີ່ມມີຜົນບັງຄັບໃຊ້ແຕ່ເດືອນ 12 ປີກາຍນີ້ເປັນຕົ້ນມາ.
|
|
|