ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 19:18:32    
ລັດຖະບານ​ກາງ​ຈີນ​ເຊື່ອ​ໝັ້ນ​ແລະ​ສະ​ໜັບ​ສະ​ໜູນ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ມາ​ກາວ​ຊຳ​ລະ​ຕາມ​ກົດ​ໝາຍ​ຕໍ່​ການ​ກະ​ທຳ​ຂອງ​ອົງ​ການ​ໃດໆ​ທີ່​ຖືກ​ສົງ​ໃສ​ລະ​ເມີດ​ກົດ​ໝາຍ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 17 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຂົງຊວນ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະບານ​ກາງ​ຈີນ​ເຊື່ອ​ໝັ້ນ​ແລະ​ສະໜັບສະ​ໜູນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ມາ​ກາວ​ສຳ​ຫລວດ​ແລະຊຳລະຕາມ​ກົດໝາຍຕໍ່ການ​ກະທຳຂອງ​ອົງການ​ໃດໆ​ທີ່​ຖືກ​ສົງ​ໃສລະ​ເມີດ​ກົດໝາຍ.

ຫວ່າງ​ມໍ່​ໆ​ນີ້, ສື່​ມວນ​ຊົນ​ສ.​ເກົາຫລີ​ແຈ້ງ​ຂ່າວ​ວ່າ, ສປປ​ເກົາຫລີຖືກ​ຕ້ອງ​ຫາ​ສວຍ​ໃຊ້​ທະນາຄານ​ຮຸ້ຍ​ເຢ້ມາ​ກາວ​ມາຟອກ​ເງິນ​ຢ່າງ​ຜິດ​ກົດໝາຍ​. ຕາມ​ຊາບ​ວ່າ, ຫວ່າງ​ບໍ່​ດົນ​ນີ້, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກໍ​ປະກາດ​ວ່າ, ຕັດ​ການ​ພົວພັນ​ລະຫວ່າງ​ລະບົບ​ການທ​ະນາຄາ​ນອາ​ເມ​ລິ​ກາ​ກັບ​ທະນາຄານ​ຮຸ້ຍ​ເຢ້ມາ​ກາວ, ​ແລະ​ອາດ​ຈະ​ໃຊ້​ການ​ກະທຳ​ລົງ​ໂທດ​ຍ້ອນ​ເລື່ອງ​ນີ້.

ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຂົງຊວນ​ເວົ້າວ່າ, ຕາມ​ກົດໝາຍ​ພື້ນຖານ​ຂອງ​ເຂດ​ພິ​ເສດ​ມາ​ກາວ​ແລະຫລັກການປະ​ເທດ​ດຽວ​ສອງ​ລະບອບ​ຂອງ​ຈີນ, ອົງການ​ປົກຄອງ​ເຂດ​ພິ​ເສດ​ມາກ​າວ​ຮັບ​ຜິດ​ຊອບ​ຊຳລະ​ບັນຫາ​ທີ່​ກ່ຽວຂ້ອງ, ​ແລະ​​ໄດ້​ເລີ່​ມ​ສຳ​ຫລວດ​ຕາມ​ກົດໝາຍ​ແລ້ວ.