ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-18 18:12:01    
ຈີນ​ຍີ​ນດີ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ປອກ​ຕຸຍ​ການ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ກວ່າ​ເກົ່າ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 18 ມັງກອນ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ່ງ​ຊີ້​ງຫົງ ຮອງ​ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ປອກຕຸຍ​ການ, ຊຸກ​ຍູ້​ການ​ພົວພັນລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງທັບ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ ບົນພື້ນຖານຫຼັກການ​ທີ່ຕ່າງ​ເຄົາລົບ​ກັນ, ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ, ​ແລະສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ເຈິ່ງ​ຊີ້​ງຫົງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ລູອິສ ອາມາ​ໂດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ປອກຕຸ​ຍການ​ທີ່​ມາ​ຢາມ. ທ່ານ​ກ່າວ​ວ່າ, ພາຍຫລັງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດຈີນ​ແລ້ວ, ການ​ພົວພັນ​ຈີນ​ປອກຕຸຍ​ການ​ໄດ້​ເຂົ້າສູ່​ໄລຍະ​ຂະຫຍາຍຕົວ​ໃໝ່, ສອງ​ຝ່າຍ​ໄດ້​ເຮັດ​ໃຫ້ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ເມືອງ ​ເສດຖະກິດ​ການ​ຄ້າ ວິທະຍາສາດ​ເຕັກນິກ​ ​ວັດທະນະທຳ​ແລະ​ການ​ທະຫານ​ເປັນຕົ້ນລົງ​ສູ່​ລວງ​ເລິກ.

ທ່ານ​ອາມາ​ໂດ​ກ່າວ​ວ່າ, ​ປອກຕຸຍ​ການ​ຈີນ​ໄດ້ກຳນົດ​ສ້າງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ, ​ເຊື່ອ​ວ່າ, ຕໍ່​ໄປ​ພາຍ​ໜ້າ, ສອງ​ປະ​ເທດ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງ​ລວມທັງ​ການ​ປ້ອງ​ກັນ​ປະ​ເທດ, ​ແລະຂະຫຍາຍ​ການ​ພົວພັນລະຫວ່າງສອງ​ປະ​ເທດ​ຕື່ມ​ອີກ.