ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-19 18:52:20    
ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ກິມ​ເຈີງ​ອິນ​ໄດ້​ຮັບ​ໝາກ​ຜົນ​ອຸ​ດົມ​ສົມ​ບູນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 19 ມັງກອນ, ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ກິມ​ເຈີ​ງອິນ ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫລີ ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດສປປ​ເກົາຫລີ​​ໄດ້​ມາ​ຢ້ຽມຢາມ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້. ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ມີ​ເນື້ອ​ໃນ​​ອຸດົມສົມບູນ. ບໍ່​ວ່າ​ໃນ​ດ້ານ​ຊຸກ​ຍູ້ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​​ແລະ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ພັກ​ສອງ​ລັດ​ຈີນ​ສປປ​ເກົາຫລີ, ຫລື​ໃນ​ດ້ານ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ການ​ຢ້ຽມຢາມ​ລ້ວນ​ແຕ່​​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ.

ທ່ານ​ຂົງຊວນ​ຊີ້​ອອກ​ວ່າ, ຈີນ​ສປປ​ເກົາຫລີ​​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດຕໍ່​ກັນ, ປັດຈຸບັນ​ລ້ວນ​ແຕ່​ໄດ້​ປະ​ເຊີ​ນກັບ​ການພັດທະນາ, ສອງ​ປະ​ເທດ​ຖອດ​ຖອນ​ບົດຮຽນ​ນຳ​ກັນ​ແມ່ນ​ສຳຄັນ​ທີ່​ສຸດ. ​ແຕ່​ສິ່ງ​ທີ່ສຳຄັນ​ກວ່າ​ໝູ່​ແມ່ນ​ສອງ​ປະ​ເທດ​ຕ້ອງ​ອິງ​ຕາມ​ສະພາບ​ແຫ່ງ​ຊາດ​ຂອງປະ​ເທດ​ຕົນ, ຊອກຫາ​ເສັ້ນທາງ​ທີ່​ສອດຄ່ອງ​ກັບສະພາບ​ຕົວ​ຈິງ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຕົນ​.