ຍົນຂອງບໍລິສັດການບິນໄຕ້ຫວັນທີ່ປະຕິບັດໜ້າທີ່ບິນເທື່ອທຳອິດໃນການເໝົາຍົນໃນບຸນກຸດຈີນລະຫວ່າງສອງຝັ່ງປີນີ້ບິນກັບຄືນໄຕ້ເປ
cri
Author: mo

ຕາມຂ່າວCRI: ຕອນທ່ຽງປະມານ 12 ໂມງ 20 ນາທີຂອງວັນທີ 20 ມັງກອນ, ຍົນຂອງບໍລິສັດການບິນຈີນໄຕ້ຫວັນທີ່ປະຕິບັດໜ້າທີ່ບິນເທື່ອທຳອິດໃນການເໝົາຍົນໃນບຸນກຸດຈີນລະຫວ່າງສອງຝັ່ງຊ່ອງແຄບໃນປີນີ້ໄດ້ບິນຢູ່ສະໜາມບິນຜູຕົ່ງຊຽງໄຮ້, ກັບຄືນສະໜາມບິນທາວຢວນໄຕ້ເປ.
ຍົນຖ້ຽວດັ່ງກ່າວແມ່ນບິນຈາກໄຕ້ເປປະມານ 8 ໂມງເຊົ້າຂອງວັນທີ 20 ມັງກອນ, ລົງຈອດຢູ່ສະໜາມບິນຜູຕົ່ງຊຽງໄຮ້ເມື່ອ 10 ໂມງ 34 ນາທີຂອງວັນທີ 20 ມັງກອນ. ຖ້ຽວໄປແລະຖ້ຽວກັບຂອງຍົນລຳນີ້ຕ່າງໄດ້ບັນທຸກພີ່ນ້ອງຮ່ວມຊາດໄຕ້ຫວັນ 300 ກວ່າຄົນ, ນັ່ງເຕັມຍົນໝົດ. 1 2 3 4 5 6 7 8
|
|