ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 20:35:31    
ຈີນ​ຈະ​ຍິງ​ສົ່ງ​ດາວ​ທຽມ​ໂທ​ລະ​ຄົມ​​ຮຸ້ນ​ໃໝ່​ໃນ​ປີ​ໜ້າ

cri Author: mo
ຕາມ​ຂ່າວCRI: ດາວ​ທຽມ​ໄຊ​ນາ​​ແຊັດ 6B  ​ເຊິ່ງ​ເປັນ​ດາວ​ທຽມ​ໂທລະ​ຄົມ​ຮຸ້ນ​ໃໝ່​ຂອງ​ຈີນ​ຈະ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ທ້ອງຟ້າ​ຢູ່ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ​ຊາງ ພາກຕາ​ເວັນ​ຕົກສຽງໃຕ້ຂອງ​ຈີນ​ໃນ​ປີໜ້າ. ຕາມ​ສັນຍາ​ບໍລິການ​ການ​ຍິງ​ສົ່ງ​ທີ່​ເຊັນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 20 ມັງກອນ, ຈະແມ່ນ​ລູກ​ສອນ​ໄຟຍານ​ສົ່ງສາງ​ເຈີ່ງ​​ເລກ 3 ຂ. ຂອງ​ຈີນຍິງ​ສົ່ງ​ດາວ​ທຽມ​ດັ່ງກ່າວ.

ດາມ​ທຽມໄຊ​ນາ​ແ​ຊັດ 6B ຂຶ້ນ​ກັບ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ຜ່ານ​ດາວທຽມ​ຈີນ​ຄົ້ນຄວ້າ​ຜະລິດ​ໂດຍ​ບໍລິສັດການບິນ​ອະວະກາດອາ​ເລ​ເນ​ຍອານ​ກາ​​ແຕນຝຣັ່ງ​, ຫຼັງຂຶ້ນ​ສູ່​ອະວະກາດ​ແລ້ວ, ຈະ​ປົກ​ຫຸ້ມ​ຈີນ ອາຊີ​ອາຄະ​ເນ ມະຫາ​ສະໝຸດ​ປາຊີ​ຟິກ ​ແລະ​ທະວີບ​ໂອ​ຊຽນນີ, ສາມາດ​ສົ່ງລາຍການ​ໂທລະພາບ 300 ຊຸດ​​ໃນ​ເວລາ​ດຽວ​ກັນ.

ລູກ​ສອນ​ໄຟ​ຍານ​ສົ່ງ​​ສາງ​ເຈີ່ງ​ເລກ 3 ຂ. ແມ່ນ​ຄົ້ນຄວ້າ​ຜະລິດ​ໂດຍສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ລູກ​ສອນ​ໄຟ​ຍານ​ສົ່ງ​ຈີນ​ເປັນຕົ້ນ. ລູກ​ສອນ​ໄຟ​ດັ່ງກ່າວ​ໄດ້​ຍິງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ 5 ​ເທື່ອ​ລຽນຕິດ​ແລ້ວ, ມີຄວາມ​ໄວ້​ໃຈ​ໄດ້​ສູງ, ​ໄດ້​ຮັບ​ການ​ຮັບຮອງ​​ໂດຍ​ທົ່ວ​ໄປໃນ​ຕະຫລາດ​ສາກົນ.