ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-21 20:24:14    
ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊງ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ໃຊ້​ສຳ​ລັບ​ຄົນ​ຂອງ​ຈີນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

cri
ຕາມ​ຂ່າວສານ​ຊິນ​ຮວາ: ຂ່າວ​ຫຼ້າສຸດ​ຈາກ​ໂຮງໝໍ​ມິດຕະພາບ​ຈີນ​ຍີ່​ປຸ່ນ​ຂອງ​ປັກ​ກິ່ງ​ກ່າວວ່າ, ການ​ຄົ້ນຄວ້າ​ຢາ​ວັກ​ແຊງ​ປົວ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໃຊ້​ສຳລັບ​ຄົນ​ຂອງ​ຈີນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ. ນັບ​ມາ​ຮອດ​ປະຈຸ​ບັນ, ມີ​ຜູ້​ສະໝັກ 66 ຄົນ​​ໄດ້ສັກ​ຢາ​ວັກ​ແຊງ​ທົດ​ລອງ​ແລ້ວ, ​ແລະ​ບໍ່​ໄດ້​ປະ​ກົດ​ມີ​ອາການ​ຜິດ​ປົກກະຕິ​ຫຍັງ​ໝົດ.

ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ຈີນ​ໄດ້​ເລີ່ມ​ລົງມື​ຄົ້ນຄວ້າ​ຜະລິດ​ຢາ​ວັກ​ແຊງ​ປົວ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໃຊ້​ສຳລັບ​ຄົນ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ໃນ​ປີ 2004 ​. ປະຈຸ​ບັນ, ​ສາຍຜະລິດ​ຢາ​ວັກ​ແຊງ​ປົວ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໃຊ້​ສຳລັບ​ຄົນ​ໄດ້​ກຽມ​ພ້ອມ​ແລ້ວ. ​ພາຍຫຼັງ​ການ​ທົດ​ລອງ​ຂອງ​ຢາ​ວັກ​ແຊງ​ໄດ້​ສຳ​ເລັດ​ໝົດ​ແລ້ວ, ​ຫຼື​ວ່າ​ຢູ່​ໃນ​ສະພາວະ​ສຸກ​ເສີມ, ​ເມື່ອ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສັດ​ໄດ້​ອະນຸມັດ​ແລ້ວ, ສາຍ​ຜະລິດ​ດັ່ງກ່າວ​ກໍ່​ຈະ​ເລີ່ມ​ຜະລິດ​ໃນ​ທັນທີ. ​ຖ້າປະກົດ​ເຫັນ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ປະກົດ​ມີ​ການ​ປ່ຽນ​ແປງ​ແລ້ວ, ກໍ່​ສາມາດ​ສຳ​ເລັດ​ການ​ດັດ​ແປງ​ເຊື້ອ​ພະຍາດ​ພາຍ​ໃນ 48 ຊົ່ວ​ໂມງ, ​ແລະ​ຄົ້ນຄວ້າ​ຜະລິດ​ອອກ​ຢາ​ວັກ​ແຊງ​​ໃໝ່​ພາຍ​ໃນ 4 ​ເດືອນ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ລິວ​ຢ້ຽນຮົວ ລັດ​ຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ວິທະ​ຍາສາດ​ເຕັກ​ນິກຈີນ​ເວົ້າ​ວ່າ ຕາບໃດ​ໄຂ້​ຫວັດ​ໃຫຍ່​ແຜ່ລະບາດ​ຢ່າງ​ຂະໜາດ​ໃຫຍ່​ແລ້ວ, ລັດຖະບານ​ຈີນ​ຈະ​ມີ​ຄວາມ​ສາມາດ​ຄວບຄຸມ​ພະຍາດ, ຮັບ​ປະ​ກັນ​ສຸກຂະພາບ​ຂອງ​ມວນ​ຊົນ​ແລະ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນຄົງ​ຂອງ​ສັງຄົມ​ໂດຍ​ອາ​ໄສ​ຜົນສຳ​ເລັດ​ຄົ້ນຄວ້າ​ຂອງ​ຕົນ.