ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-26 19:09:00    
ຈີນ​ກັບປະ​ເທດອາ​ຟຼິກາ​​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 26 ມັງກອນ, ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຟຼິກາ​ໃນ​ຫຼາຍຂົງ​ເຂດ​ເຊັ່ນ​ການ​ເມືອງ ເສດຖະກິດ​ການ​ຄ້າ ​ ການ​ສຶກສາ​ແລະ​ວຽກ​ງານ​ລະຫວ່າງ​ຊາດ​ເປັນຕົ້ນ.

ໃນ​ເວລາ​ຕອບ​ບັນຫາ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ນະ​ໂຍບາຍ​ຕໍ່​ອາ​ຟຼິກາ​ຂອງ​ຈີນ, ທ່ານ​ຂົງຊວນ​ເວົ້າວ່າ, ຈີນ​ອາ​ຟຼິກາ​ມີ​ອະນາຄົດ​ຮ່ວມ​ມື​ອັນກວ້າງຂວາງ. ​ໃນ​ດ້ານການ​ເມືອງ, ຈີນ​ຈະ​​ເພີ່ມ​ທະວີ​ການ​​ໄປມາຫາ​ສູ່​ກັນຊັ້ນສູງລະຫວ່າງ​ສອງ​ຝ່າຍ, ​ແລະ​ການ​​ແລກປ່ຽນ​ກັນ​ໃນ​ທຸກ​ລະດັບ; ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ຝ່າຍ​ຈີນ​ຈະ​ເຮັດ​ໃຫ້​ຮູບ​ການ​ຮ່ວມ​ມື​ອຸດົມສົມບູນ​ຕື່ມ​ອີກ, ​ເພີ່ມ​ທະວີເນື້ອ​ໃນ​ຂອງ​ການຮ່ວມ​ມື.  ນອກ​ນີ້, ຈີນ​ຈະ​ພ້ອມ​ກັນ​ກັບປະ​ເທດ​ອາ​ຟຼິກາ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ວຽກ​ງານລະຫວ່າ​ງຊາດ, ພ້ອມ​ກັນ​ປົກ​ປັກ​ຮັກສາ​ສິດຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ພວມ​ພັດທະນາ.

ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ຄັ້ງທີ 3 ຂອງ​ເວ​ທີ​ປາ​ໄສ​ຈີນ​ອາ​ຟຼິກາ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ລະດູ​ໃບ​ໄມ້ຫຼົ່ນປີ​ນີ້, ວຽກ​ງານ​ກະກຽມ​ທີ່​ກ່ຽວຂ້ອງ​ພວມ​ດຳ​ເນີນ​ຢູ່.
ປັດຈຸບັນ, ​ໃນ 53 ປະ​ເທດ​ອາ​ຟຼິການັ້ນ, ມີ 47 ປະ​ເທດ​ໄດ້​ສ້າງສາ​ຍສຳພັນ​ການ​ທູດ​ກັບ​ຈີນ​ແລ້ວ.