ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 16:06:59    
ຄຸ້ມ​ອູ່​ຕັ່ງ​ເມືອງ​ກຸ້ຍ​ຢາງ​ຂອງ​ຈີນ​ຍົກ​ເລີກ​ການ​ອັດ​ຕັນ​ເຂດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຍ້ອນ​ວ່າການ​ກວດກາ​ບໍ່​ໄດ້​ປະກົດ​ເຫັນ​ແຫຼ່ງຕິດ​ແປດ​ພະຍາດ​ແຫ່ງໃໝ່,ວັນ​ທີ27​ມັງ​ກອນ,​ເຂດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງຢູ່ ຄຸ້ມ​ອູ່​ຕັ່ງ​ເມືອງກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວ​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ​ໄດ້​ຍົກ​ເລີກ​ການ​ອັດ​ຕັນ.

ວັນ​ທີ6​ມັງ​ກອນ​ປີ2006,ຫ້ອງ​ທົດ​ລອງ​ຄົ້ນ​ຄວ້າ​​ໄຂ້ຫວັດ​ສັດ​ປີກ​ແຫ່ງ​ຊາດ​ຈີນ​ໄດ້ບົ່ງມະຕິ​ຄຸ້ມ​ອູ່​ຕັ້ງ​ເມືອງ​ກຸ້ຍ​ຢາງ​ເກີດ​ມີໄຂ້​ຫວັດ​ສັດ​ປີກ​ປະ​​​ເພດ​ຮ້າຍ​ແຮງ​ແບບH5N1​ແບບຂ.​ຂອງ​ນົກ​ກະ​ທາ,ພາກ​ສ່ວນທີ່​ກ່ຽວຂ້ອງ​ໄດ້​ປະຕິບັດ​ການ​ອັດ​ຕັນ,ການ​ຂ້າ​ເປັດ​ໄກ່,ການ​ດັບ​ເຊື້ອ​ແລະການ​ສັກ​ຢາ​ວັກ​ແຊງຢ່າງ​ວ່ອງ​ໄວ,​ໄດ້​ດັບ​ສູນພະຍາດ​ໄຂ້ຫວັດ​ສັດ​ປີກ​​ໃນ​ທັນທີ.​ໂດຍ​ຜ່ານ​ການ​ກວດ​ກາ21​ມື້,ບໍ່​ໄດ້​ປະກົດ​ເຫັນ​ແຫຼ່ງ​ຕິດ​ແປດ​ໃໝ່.

ນັບ​ແຕ່ປີ​2005​ມາ​ນີ້,ຢູ່​ຈີນ ລວມມີ​10ກວ່າ​ແຂວງ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ເກີດ​ມີພະ​ຍາດໄຂ້​ຫວັດ​ສັດ​ປີກ​ພະ​ເພດ​ຮ້າຍ​ແຮງ.ປະຈຸ​ບັນ,​ເຂດ​ພະຍາດໄຂ້​ຫວັດ​ສັດ​ປີກ​ສ່ວນ​ຫຼາຍ​ໄດ້ຍົກ​​ເລີກ​ການ​ອັດ​ຕັນ​ແລ້ວ.