ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 16:20:37    
ໃນ5​ປີ​ມາ​ນີ້,ອຸດ​ສາ​ຫະ​ກຳ​ໄຮ​ເທັກ​ຂອງ​ຈີນ​ໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ລື່ນ​ກາຍ​70​ຕື້​ໂດ​ລາ​ສະ​ຫະ​ລັດ

cri

ຕາມ​ຂ່າວ​ຈາກ《ໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ》:ຕາມ​ສະຖິຕິ​ຂອງ​ກະຊວງ​ການ​ຄ້າ​ຈີນ​,​ໃນ5​ປີ​ທີ່​ຫາ​ກໍ່​ຜ່ານ​ໄປນີ້,ອຸດສາ​ຫະກຳ​ໄຮ​ເທັກ​ທີ່​ຖື​ອຸດສາ​ຫະກຳ​ເຕັກນິກ​ຂໍ້​ມູນ​ຂ່າວສານ​​ແລະ​​ໂທລະ​ຄົມ​ເປັນ​ຕົວ​ແທນ,ນັບ​ລວມ​ແລ້ວ,​ໄດ້​ດຶງ​ດູດ​ທຶນຕ່າງ​ປະ​ເທດ​ ​ລື່ນ​ກາຍ70​ຕື້​ໂດ​ລາ​ສະ​ຫະລັດ.

ໃນ5​ປີ​ມາ​ນີ້,ຈີ​ນ​ໄດ້​ວາງ​ນະ​ໂຍບາຍ​ຕ່າງໆ,ສົ່ງ​ເສີມ​ໃຫ້​ນັກທຸ​ລະກິດ​ຕ່າງປະ​ເທດລົງ​ທຶນ​ໃນ​ອຸດສາ​ຫະກຳ​ໄຮ​ເທັກ,​​ໄດ້​ຍົກ​ຄຸນ​ນະ​ພາບ​ດຶງ​ດູ​ດທຶນ​ຕ່າງປະ​ເທດ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງ​ແຂງ​ແຮງ.

ຕາມ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ2005,ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຜະລິດ​ຕະພັນ​ໄຮ​ເທັກ​ຂອງ​ວິ​ສາ​ຫະກິດ​ທຶນ​ຕ່າງ​ປະ​ເທດ​ຢູ່​ຈີນບັນ​ລຸ349​ຕື້900​ລ້ານ​ໂດ​ລາ​ສະຫະລັດ.​ໃນ​ນັ້ນ,ການ​ສົ່ງ​ອອກ​ຜະລິດ​ຕະພັນ​ໄຮ​ເທັກ​ກວມv40%ຂຶ້ນ​ໄປ​ຂອງ​ ​ສົ່ງ​ອອກທັງ​ໝົດ​ຂອງ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ລົງທຶນ.