ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-28 17:26:33    
ຫົວໜ້າ​ຫ້ອງການ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ອວຍ​ພອນ​ປີ​ໃໝ່​ຕໍ່​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ທົ່ວ​ໂລກ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 28 ມັງກອນ, ​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ​ຈະວຽນມາ​ເຖິງ​, ທ່ານ​ນາງ​ເສີນ​ຢູ້​ເຈ ຫົວໜ້າ ຫ້ອງການ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ຂອງ​ຄະນະ​ລັດຖະບານ​ຈີນ​​ໄດ້​ກ່າວ​ຄຳອວຍພອນ​ປີ​ໃໝ່​, ຝາກ​ຄວາມ​ຖາມ​ຂ່າວ​ແລະ​ຄວາມ​ອວຍພອນ​ອັນປະ​ເສີດຕໍ່​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​​ແຫ່ງ​ຕ່າງໆ​ຂອງໂລກ.

ທ່ານ​ນາງ​ເສີນ​ຢູ້​ເຈ​ເວົ້າວ່າ, ຜົນສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ນັ້ນ​ແມ່ນ​ຕັດແຍກ​ອອກ​ຈາກ​​ຄວາມ​ເອົາ​ໃຈ​ໃສ່ ການສະ​ສະໜັບສະໜູນ​ແລະການ​ຊ່ອຍ​ເຫຼືອຂອງ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ອັນ​ໄພສານນັ້ນບໍ່​ໄດ້. ​ທ່ານ​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ລູກຫຼານຈີນ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ການທ້ອນ​ໂຮ​ມ​ປະ​ເທດເຂົ້າ​ເປັນ​ເອກະ​ພາບ​ກັນ​ຢ່າງ​ສິ້ນ​ຊິງ​ຂອງ​ຈີນ​ຍ່ອມ​ຈະ​ບັນລຸ​ເປັນ​ຈິງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ມື້​ດຽວ​ກັນ, ທ່ານ​ລີ​ນຈ້າວ​ຊູ ປະທານ​ສະຫະພັນ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ຄືນ​ປະ​ເທດ​ຂອງ​ທົ່ວ​ປະ​ເທດ​ຈີນ​ກໍ​ໄດ້​ກ່າວ​ຄຳ​ອວຍພອນ​ປີ​ໃໝ່.