ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-29 20:04:37    
ໜັງສືພິມ​ເຢິນມີນຢື້​ປ້າວ​ທີ່​ຈະ​ພິມ​ຈຳ​ໜ່າຍ​ໃນ​ມື້​ອື່ນ​ຈະ​ພິມ​ບົດ​ນຳ​ລະ​ລຶກ​ຄຳ​ປາ​​ໄສ​ຂອງ​ທ່ານ​ຈຽງ​ເຈີ​ມີນ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ​ປະກາດ​ຄົບຮອບ 11 ປີ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 30 ມັງກອນ, ໜັງສືພິມ​ເຢີ​ນມີນຢື້ປ້າວ ໜັງສືພິມ​ທີ່​ມີ​ອິດ​ທິພົນ​ກວ່າ​ໝູ່​ຂອງ​ຈີນ​ຈະ​ພິມ​ບົດ​ນຳກ່ຽວ​ກັບຄຳ​ປາ​​ໄສ​ຂອງ​ທ່ານ​ຈຽງ​ເຈີ​ມີນກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ​ປະກາດ​ຄົບຮອບ 11 ປີ, ​ບົດ​ນຳ​ມີ​ພາດ​ຫົວ​ເລື່ອງ​ວ່າ: ພະຍາ​ຍາມ​ສ້າງ​ການ​ພົວພັນ​ສອງ​ຝັ່ງ​ທີ່​ຂະ​ຫຍາ​ຍຕົວ​ໂດຍ​ສັນຕິ​ແລະໝັ້ນທ່ຽງ.

ບົດ​ນຳ​ຊີ້​ອອກ​ວ່າ, ​ໃນຫຼາຍປີ​ມາ​ນີ້, ລັດຖະບານ​​ແລະ​ປະຊາຊົນ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ໃນ​ດ້ານ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນດ້ານ​ບຸກຄົນ​​ແລະ​ການ​ແລກປ່ຽນ​​ດ້ານເສດຖະກິດ​ວັດທະນະທຳ​ລະຫວ່າງ​ສອງ​ຝັ່ງ. ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ຝ່າຍ​ແຜ່ນດິນ​ໃຫຍ່​ກໍ​ໄດ້​ໃຊ້​ມາດ​ຕະການ​ສຳຄັນ​ຕ່າງໆ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ, ຊຸກ​ຍູ້​ການ​ພົວພັນລະຫວ່າງ​ສອງ​ຝັ່ງ​ໃຫ້​ຂະຫຍາຍຕົວ. ​ເມື່ອ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ພ້ອມ​ກັບ​ພະຍາຍາມ​ແລ້ວ, ປັດ​ໃຈ​ທີ່​ມີ​ຜົນ​ດີ​ຕໍ່​ການ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ໃນ​ການການ​ພົວພັນ​ສອງ​ຝັ່ງໄດ້​ເພີ່ມ​ຂຶ້ນ.

ບົດ​ຄວາມ​ກ່າວ​ເນັ້ນວ່າ, ການ​ເດັດດ່ຽວຄັດຄ້ານແລະ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ຍັງ​ຄົງແມ່ນ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ກວ່າ​ໝູ່​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ໃນ​ສະ​ເພາະ​ໜ້າ​ນີ້. ຕໍ່​ໄປ​ພາຍ​ໜ້າ, ຝ່າຍ​ແຜ່ນດິນ​ໃຫຍ່​ຈະ​ສືບ​ຕໍ່ສາມັກ​ຄີ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ, ຊຸກ​ຍູ້​ໃຫ້​ພົນລະ​ເມືອງ​ສອງ​ຝັ່ງ​ໄປ​ມາ​ຫາ​ສູ່​ກັນ​ແລະ​ແລກປ່ຽນກັນ​ໃນ​ດ້ານ​ຕ່າງ​ໆ, ​ເປີດ​ກວ້າງ​ລວງ​ເລິກ​ແລະ​ລວງ​ກວ້າງ​ຂອງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານເສດຖະກິດລະຫວ່າງສອງ​ຝັ່ງ. ພ້ອມ​ກັນນັ້ນ, ສືບ​ຕໍ່​ຊຸກ​ຍູ້​ໃຫ້​ຟື້ນ​ຟູ​ການ​ສົນທະນາ​ແລະ​ການ​ເຈລະຈາ​ລະຫວ່າງ​ສອງ​ຝັ່ງ​ບົນ​ພື້ນຖານ​ຫຼັກ​ການ​ຈີນ​ດຽວ.