ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-04 17:47:18    
ພົນລະ​ເມືອງ​ຈີນ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ຕະ​ຫຼາດ​ທ່ອງ​ທ່ຽວ​ເຂດ​ອ້ອມ​ແອ້ມຈະ​ເລີນ​ຂຶ້ນ

cri Author: mo
ຕາມ​ຂ່າ​ວສານ​ຊີ​ນຮວາ: ​ໃນ​ຍາມ​ບຸນ​ກຸດ​ຈີນ​, ປະຊາຊົນ​ຈີນ​​ໄດ້​ພັກຜ່ອນ 7 ມື້, ​ໄລຍະ​ນີ້ໄດ້​ກາຍ​ເປັນ​​​ໄລຍະ​ດີ​ທີ່​ສຸດ​ທີ່​ຄົນ​ທັງຫຼາຍ​ໂຮມ​ສູນ​ທ່ຽວ​ຕ່າງປະ​ເທດ​, ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ຈຳນວນຫຼວງຫຼາຍ​ໄດ້​ເພີ່ມ​ກຳລັງ​ແຮງ​ໃຫ້​ແກ່​ຕະຫຼາດທ່ອງ​ທ່ຽວ​ຂອງ​ເຂດ​ອ້ອມ​ແອ້ມ.

ຕາມ​ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ໄທ​ເມືອງ​ປັກ​ກິ່ງ​ທີ່​​ໄປ​ທ່ຽວ​ຕ່າງປ​ະ​ເທດ​ໂດຍ​ຜ່ານ​ຈາກ​ບໍລິສັດ​ທ່ອງ​ທ່ຽວ​ຈະ​ມີ​ປະມານ 4-5 ໝື່ນ​ຄົນ, ​ຫຼາຍກວ່າທຸກປີ​ທີ່​ຜ່ານ​ມາ. ປັດຈຸບັນ, ຈີນ​ແມ່ນ​ປະ​ເທດແຫຼ່ງ​ແຂກທ່ອງ​ທ່ຽວ​ໃຫຍ່​ທີ​ສອງ​ຂອງຕະຫຼາດທ່ອງ​ທ່ຽວ​ສ.​ເກົາຫລີ, ​ແມ່ນ​ປະ​ເທດ​ແຂກ​ທ່ອງ​ທ່ຽວ​ໃຫຍ່​ທີ 4 ຂອງ​ມາ​ເລ​ເຊຍ. ​ໃນຫຼາຍປີ​ມາ​ນີ້, ຈຳນວນ​ຄົນ​ຈີນ​ທີ່ໄປ​ທ່ຽວ​ໄທ​ມີປະມານ 7 ​ແສນ​ເທື່ອ​ຄົນ​ຕໍ່ປີ.

ໃນຫຼາຍປີ​ມາ​ນີ້, ພົນ​ລະເມືອງຈີນ​​ໄປ​ທ່ຽວ​ຕ່າງປະ​ເທດໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​​ແຂກທ່ອງທ່ຽວ​ຫຼາຍກວ່າ​ໝູ່​ໃນ​ອາຊີ. ຕາມ​ຮູ້​ວ່າ, ປີ 2005, ຈຳນວນ​ຄົນ​ຈີນ​ທີ່ໄປ​ທ່ຽວ​ນອກ​ແດນ​ໄດ້​ບັນລຸ​ເຖິງ 31 ລ້ານ​ເທື່ອ​ຄົນ, ສະ​ເລ່ຍ​ແລ້ວ, ​ແຂກ​ທ່ອງ​ທ່ຽວ​ຂອງຈີນ​ໄດ້​ຊື້​ຂອງ 987 ​ໂດ​ລາ​ໃນ​ເວລາ​ທ່ຽວ​ຕ່າງປະ​ເທດ, ຫຼາຍກວ່າ​ໝູ່​ໃນ​ໂລກ. ກະ​ວ່າ, ປີ 2006, ຈຳນວນ​ຄົນ​ຈີນທີ່​ໄປ​ທ່ຽວ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ 2005 10%.