|
 |
(GMT+08:00)
2006-02-05 17:23:24
|
 |
ໃນໄລຍະບຸນກຸດຈີນໄດ້ສຳເລັດຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມປະມານ 190 ຕື້ຢວນ
cri
Author: mo
ຕາມຂ່າວສານຊີນຮວາ: ກະຊວງການຄ້າຈີນຕິດຕາມວັດແທກວ່າ, ໃນໄລຍະບຸນກຸດຈີນ(ວັນທີ 29 ມັງກອນຮອດວັນທີ 4 ກຸມພາປີນີ້), ທົ່ວປະເທດໄດ້ສຳເລັດຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມປະມານ 190 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະບຸນກຸດຈີນໃນປີກາຍນີ້ 15,5%.
ປີນີ້, ຕະຫຼາດບຸນກຸດຈີນຂອງເຂດໃນໄດ້ປະກົດມີສະພາບຄຶກຄື້ນຄືມີສິນຄ້າອຸດົມສົມບູນແລະຂາຍດິບຂາຍດີ. ຮ້າຍຄ້າໃຫຍ່ຕ່າງໆໄດ້ກຳໂອກາດຄ້າ, ຈັດໃຫ້ມີການເຄື່ອນໄຫວຊຸກຍູ້ການຈຳໜ່າຍທີ່ມີຫຼາຍຮູບຫຼາຍແບບ. ຜູ້ເຮັດວຽກຢູ່ຕ່າງຖິ່ນງວດໃຫຍ່ກັບເມືອບ້ານເກີດຫຼີ້ນບຸນກຸດຈີນ, ອັນໄດ້ນຳເອົາພະລັງຊີວິດມາໃຫ້ຕະຫຼາດເຄື່ອງບໍລິໂພກຂອງຊົນນະບົດ. ສິນຄ້າຕ່າງໆເຊັ່ນຊີ້ນປາອາຫານ, ເສື້ອຜ້າອາພອນ, ໝາກກະໂພກແລະບັ້ງໄຟດອກເປັນຕົ້ນຂາຍດິບຂາຍດີ, ສິນຄ້າຍີ່ຫໍ້ດັງແລະອາຫານສີຂຽວທີ່ປອດໄພໄດ້ກາຍເປັນສິ່ງທີ່ຜູ້ບໍລິໂພກເລືອກຊື້ກ່ອນໝູ່. ໃນໄລຍະບຸນກຸດຈີນ, ຕະຫຼາດກິນດື່ມຂອງຈີນແມ່ນຟົດຟື້ນຢ່າງຕໍ່ເນື່ອງ. ນອກຈາກຮູບການບໍລິໂພກເຊັ່ນຊື້ຂອງແລະກິນເຂົ້າສາມັກຄີແລ້ວ, ການບໍລິໂພກແບບປອດໄພແລະພັກຜ່ອນເຊັ່ນການຫັດກາຍ, ອາບນ້ຳບໍ່ອຸ່ນເປັນຕົ້ນກໍໄດ້ຮັບຄວາມນິຍົມຊົມຊອບຫຼາຍ.
|
|
|