ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-05 19:46:09    
ຈີນ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ລັກ​ລອກ​ແບບ​ລ່ວງ​ລະ​ເມີດ​ສິດ​ເທິງ​ອິນ​ເຕີ​ເນັດ​ຢ່າງ​ເຂັ້ມ​ງວດ

cri Author: mo
ຕາມ​ຂ່າວສານ​ຊີນຮວາ: ຄຽງ​ຄູ່​ກັບ​ອິນ​ເຕີ​ເນັດ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ຢູ່​ຈີນ, ບັນຫາ​ປົກ​ປ້ອງ​ລິ​ຂະ​ສິດ​​ໃນ​ອິນ​ເຕີ​ເນັດ​​ນັບມື້​ນັບ​ໜັກໜ່ວງ, ​ເພື່ອ​ໂຈມ​ຕີ​ການ​ລັກ​ລອກ​ແບບ​ແລະ​ລ່ວງ​ລະ​ເມີດ​ສິດ​ເທິງ​ອິນ​ເຕີ​ເນັດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ, ​ແລະ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານຂອງ​ຈີນ​ເປັນຕົ້ນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາຍ​ຈຳ​ເພາະ​ໃນ​​ເດືອນ​ກັນຍາ​ປີ​ກາຍ​ນີ້, ພວກ​ເຂົາ​ເຈົ້າ​​ໄດ້​ປະກາດໂທລະສັບ​ລາຍ​ງານ, ສ້າງ​ສູນ​ຟ້ອງ​ຮ້ອງ​ເທິງ​ເນັດ, ​ໄດ້​ເກັບ​ເອົາ​ຂໍ້​ມູນ​ຂ່າວສານ​ຟ້ອງ​ຮ້ອງພັນ​ກວ່າຂໍ້, ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ຕົວ​ໜັງສື, ດົນຕີ, ​ຮູບ​ເງົາ​ໂທລະພາບ, ຊອບ​ແວ​ແລະ​ເກມ​ເປັນຕົ້ນ.

ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ອິງ​ຕາມ​ຮ່ອງ​ຮອຍ​ ສຳ​ຫລວດ​ຄະດີ​ລ່ວງ​ລະ​ເມີດ​ສິດ​ເທິງ​ອິນ​ເຕີ​ເນັດ 172 ລາຍ, ​ໄດ້ປິດ​ເວັບ​ໄຊ້ທີ່​ຜິດ​ກົດໝາຍ 76 ​ແຫ່ງ​ຕາມ​ກົດໝາຍ, ຮິບ​ເອົາ​ເຄື່ອງ​​ເຊີ​ເວີ​ງວດ​ໜຶ່ງ​ທີ່​ໃຊ້​ສຳ​ລັບ​ການ​ລັກ​ລອກ​ແບບ​ໂດຍ​ຈຳ​ເພາະ, ​ແລະ​ສັ່ງ​ໃຫ້​ເວັບ​ໄຊ້ບາງ​ແຫ່ງຕັດ​ເນື້ອ​ໃນ​ທີ່​ລ່ວງ​ລະ​ເມີດ​ສິດ, ອັນ​ໄດ້​ໂຈມ​ຕີ​ການ​​ລັກ​ລອກ​ແບບ​ລ່ວງ​ລະ​ເມີດ​ສິດ​ເທິງ​ອິນ​​ເຕີ​ເນັດຢ່າງ​ບັງ​ເກີດ​ຜົນ.