ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 20:09:08    
ຜູ້​ແທນ​ນັກທຸລະກິດ​ໄຕ້​ຫວັນ​ກ່າວ​ວ່າ, ນັກ​ທຸ​ລະ​ກິດ​ໄຕ້​ຫວັນ​ຄອງ​ຄອຍ​ສອງ​ຝັ່ງ​ເດີນ​ເຮືອ​ເດີນ​ອາ​ກາດ ​ໄປ​ສະນີ​ແລະ​ການ​ຄ້າ​ໂດຍ​ກົງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ​ງານ​ສົນທະນາ​ທີ່​ຈັດ​ຂຶ້ນ​ຢູ່​​ໄຕ​ເປ​ໃນວັນ​ທີ 5 ກຸມພາ, ນັກທຸລະກິດ​ໄຕ້​ຫວັນສ່ວນ​ໜຶ່ງ​ທີ່​ລົງທຶນ​ຢູ່​​ແຜ່ນດິນ​ໃຫຍ່​ ​ກ່າວ​ວ່າ, ນັກທຸລະກິດ​ໄຕ້​ຫວັນ​ພ້ອມ​ກັນ​ຄອງ​ຄອຍ​ສອງ​ຝັ່ງ​ເດີນ​ເຮືອ​ເດີນ​ອາກາດ ​ໄປສະນີ​ແລະ​ການ​ຄ້າ​ໂດຍ​ກົງ, ​ແລະ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ເປີດ​ປະຕູ​ນະ​​ໂຍບາຍ​ເສດຖະກິດ​ການ​ຄ້າ​​ແລະການ​ລົງທຶນ​ຢູ່​ແຜ່ນດິນ​ໃຫຍ່​ໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ເສີນ​ອູ​ສົງ ຮອງ​ປະທານ​ສະມາ​ຄົມ​ອຸດສຫາະກຳ​ໄຕ້​ຫວັນ​ທີ່​ຮ່ວມ​ງານ​ເວົ້າວ່າ, ຄອງ​ຄອຍ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນຈົ່ງບຸກ​ເປີດສະຖານະພາບ​ທີ່​ກວ້າງຂວາງ​ກວ່າ​​ເກົ່າ​ໃຫ້​ແກ່​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ, ຊຸກ​ຍູ້​ໃຫ້​ສອງ​ຝັ່ງ​ເດີນ​ອາກາດ​ໂດຍ​ກົງ, ສ້າງ​ສະພາບ​ແວດ​ລ້ອມອັນ​ດີ​ເລີດທີ່​ມີ​ປະສິດ​ທິພາ​ບກວ່າ​ເກົ່າ​​ໃຫ້​ແກ່​ນັກທຸລະກິດ​ໄຕ້​ຫວັນ.

ທ່ານ​ເຈີ້​ງຢົງ​​ເວີນ ປະທານ​ສະມາຄົມ​ນັກ​ທຸລະ​ກິດ​ໄຕ້​ຫວັນ​ຢູ່​ເສີນ​ເຈີ້ນ​ເວົ້າວ່າ, ​ເຈົ້າໜ້າ​ທີ່​​ໄຕ້​ຫວັນ​ຄວນ​​ເວົ້າຄວາມ​ເວົ້າ​ທີ່​ທຳລາຍ​ການ​ພົວພັນ​ສອງ​ຝັ່ງນັ້ນ​ໃຫ້​ໜ້ອຍລົງ, ຄວນ​ກຳ​ໂອກາດ​ໃຫ້​ດີ​, ຊຸກ​ຍູ້​ໃຫ້​ສອງ​ຝັ່ງ​ເດີນ​ເຮືອ​ເດີນ​ອາກາດ​ ​ໄປສະນີ​ແລະ​ການ​ຄ້າ​ໂດຍ​ກົງ​ໂດຍ​ໄວ, ນີ້​ຈິ່ງ​ມີ​ຜົນ​ດີ​ຕໍ່​ນັກທຸລະກິດ​ໄຕ້​ຫວັນ​ຢ່າງ​ແທ້​ຈິງ.