ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 19:45:18    
ຝ່າຍ​ຈີນ​ເຫັນ​ວ່າ, ບໍ່​ວ່າ​ພັກ​ຝ່າຍ​ໃດ​ຂອງ​ປາ​ເລັສ​ຕີນ​ຄອງ​ອຳ​ນາດ​ກໍ​ຄວນ​ຍາດ​ແຍ່ງ​ບັນລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 7 ກຸມພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຂົງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ກ່າວ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ບໍ່​ວ່າ​ພັກ​ຝ່າຍ​ໃດ​ຂອງ​ປາ​ເລັສຕີນ​ຄອງ​ອຳນາດ​ກໍ​ຄວນ​ຍາດ​ແຍ່ງ​ບັນລຸ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ວັນ​ທີ 27 ມັງກອນ, ຂະ​ບວນການ​ອິສລາມ​ຕໍ່​ຕ້ານ​ຄື​ອົງການ​ຮາ​ມັສ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ. ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ, ທ່ານ​ຂົງ​ສວນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ເວົ້າວ່າ, ຝ່າຍ​ຈີນ​ຫວັງ​ວ່າການ​ເລືອກ​ຕັ້ງສາມາດ​ຊຸກ​ຍູ້​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ປາ​ເລັສຕີນ. ພ້ອມ​ກັນນັ້ນ, ທ່ານ​ກ່າວ​ເນັ້ນວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ປາ​ເລັສຕີນ​ບໍ່​ວ່າ​ພັກ​ຝ່າຍ​ໃດ​ຄອງ​ອຳນາດ, ກໍ​ລ້ວນ​ແຕ່​​ຄວນ​ຖືການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ປາ​ເລັສຕີນ​ເປັນ​ເດີມ​ພັນ, ບັນລຸ​ສັນຕິພາບ​​ແລະ​ສະຖຽນ​ລະ​ພາບ​ຖາວອນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.