ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 12:35:45    
ທ່ານ​ເຈິ່ງ​ອິ່ນ​ສວນ​ຫວັງ​ໃຫ້​ຮົງ​ກົງ​ກາຍ​ເປັນ​ສັງ​ຄົມ​ທີ່​ກົມ​ກຽວ​ກັນ

cri

ຕາມ​ຂ່າວສານ​ຈີນ:ວັນ​ທີ7​ກຸມພາ,​ໃນ​ເວລາ​​ເປັນ​ປະທານຈັດ​ງານ​ລ້ຽງ​ຮັບຮອງ​ສະຫຼອງ​ປີ​ໃໝ່​ຈີນ​ຢູ່​ຮົງ​ກົງ,ທ່ານ​​ເຈິ່ງອິ່ນ​ສວນ ຜູ່​ວ່າການ​​ເຂດ​ບໍລິ​ຫານພິ​ເສດ​ຮົງ​ກົງກ່າວ​ວ່າ,ອົງ​ການ​ປົກຄອງ​​ເຂດ​ພິ​ເສດ​ຈະ​ເອົາ​ໃຈ​ໃສ່ຊຳ​ລະ​ວຽກ​ງານ​ດ້ານເສດ​ຖະກິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ,ຫວັງ​ໃຫ້ຮົງ​ກົງ​ກາຍ​ເປັນ​ສັງ​ຄົມທີ່​ກົມກຽວ​ກັນ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ກັນ.

ທ່ານ​​ເຈິ່ງອິ່ນ​ສວນ​ກ່າວ​ວ່າ,​ພາຍ​ໃນ​ອາຍຸ​ຕຳ​ແໜ່​ງ17​ເດືອນ​ທີ່ຍັງ​ເຫຼືອຢູ່,ອົງການ​ປົກຄອງ​ເຂດ​ພິ​ເສດ​ຈະ​ສຸມ​ກຳລັງ​ຊຸກ​ຍ້​ໃຫູ້​ເສດຖະກິດ​ມີ​ການພັດ​ທະນາ,​ເພິ່ມທະວີ​ກຳລັງ​ແກ່ງ​ແຍ່ງ​ແລະ​ປົວ​ແປງ​ຊີ​ວິ​ດການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໃຫ້​ດີ​ຂຶ້ນ,​ແລະ​ຈະ​ກຳນົດ​ລຳດັບ​ຂອງ​ວຽກ​ງານ​ທີ່​ລະອຽດ​ບົນ​ພື້ນຖານ​ມະຕິ​ປະຊາຊົນ.

ທ່ານ​ເວົ້າ​ວ່າ,ນອກ​ຈາກ​ຄວາມ​ຮັ່ງມີ​​ໃນ​ຊີວິດ​ການ​ເປັນ​ຢ່​ແລ້ວູ,ຍັງ​​ຫວັງ​ໃຫ້ໄທ​ເມື​ອງ​ຮົງກົງ​ມີ​ຄວາມ​ອະນຸ​ໂລມ​ແລະ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ,ເຮັດ​​ໃຫ້​ຮົງກົງ​ກາຍ​ເປັນ​ສັງຄົມ​ກົມ​ກຽວ​ກັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ກັນ.