ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 20:18:51    
ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດ​ຖະ​ບານ​ຈີນ​ຫວັງ​ວ່າ​ໝີ​​ແພນດາ​ທີ່​​ແຜ່ນ​ດິນ​ໃຫຍ່ສົ່ງ​ໃຫ້​ໄຕ້​ຫວັນ​ສາມາດ​ເດີນ​ທາງ​ໄປ​ຮອດ​ໄຕ້​ຫວັນ​ຢ່າງ​ສະ​ດວກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ​ງານ​ຖະ​ແຫຼງຂ່າວ​ທີ່ຈັດ​ຂຶ້ນ​ໃນວັນ​ທີ 8 ກຸມພາ, ທ່ານ​ລີ​ເວີຍ​ອີ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ໝີ​​ແພນ​ດາທີ່​​ແຜ່ນດິນ​ໃຫຍ່​ສົ່ງ​ໃຫ້​ໄຕ້​ຫວັນ​ສາມາດ​ເດີນທາງ​ໄປ​ຮອດ​ໄຕ້​ຫວັນ​ຢ່າງ​ສະດວກ, ​ເພື່ອ​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ພີ່ນ້ອງຮ່ວມ​ຊາດ​ໄຕ້​ຫວັນທີ່​ຫວັງຢາກ​ເຫັນ​ໝີ​ແພນ​ດາ​ຢູ່​ໃນ​ເກາະ​ໄຕ້​ຫວັນ.

ນັກ​ຂ່າວ​ໄຕ້​ຫວັນ​ຖາມ​ວ່າ, ຖ້າ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ໄຕ້​ຫວັນ​ປະຕິ​ເສດ​ບໍ່​ຮັບ​ເອົາ​ໝີ​ແພນ​ດາ​​ໃນ​​ເດືອນ​ມີນາ, ຝ່າຍ​ແຜ່ນ​ດີ​ນ​ໃຫຍ່​ຈະ​ສືບ​ຕໍ່​ຊຸກ​ຍູ້ໝີ​ແພນ​ດາ​ໄປ​ໄຕ້​ຫວັນຫຼືບໍ່?

ທ່ານ​ລີ​ເວີຍ​ອີ​ເວົ້າວ່າ, ​ແຜ່ນດິນ​ໃຫຍ່​ບໍ່​ຫວັງ​ຢາກ​ເຫັນພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ໄຕ້​ຫວັນ​​ໂດຍຄຳນຶງ​ເຖິງ​ຈຸດປະສົງ​ການ​ເມືອງ​ໃດ​ໜຶ່ງ ​ແລ້ວ​ຂັດ​ຂວາງບໍ່​ໃຫ້​ໝີ​ແພນ​ດາ​ໄປ​ໄຕ້​ຫວັນ​. ພ້ອມ​ກັນນັ້ນ, ທ່ານ​ກ່າວ​ວ່າ, ​ແຜ່ນດິນ​ໃຫຍ່​ຈະຕັ້ງໜ້າ​ປະຕິບັດຕາມ​ຄຳ​ໝັ້ນສັນຍາ​ທີ່​ມີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ.