|
ຕາມຂ່າວcri:ຈີນພວມສຸມກຳລັງສ້າງອົງການປິ່ນປົວຂະໜາດນ້ອຍຢູ່ຄຸ້ມເຮືອນຢູ່ໃນບັນດາຕົວເມືອງທົ່ວປະເທດຈີນ,ເພື່ອອຳນວຍການບໍລິການທີ່ສະດວກແລະລາຄາຖືກໃຫ້ແກ່ໄທເມືອງ.
ວັນທີ10ກຸມພາ,ຢູ່ທີ່ປັກກິ່ງ,ທ່ານມາວຊຸນອ່ານ ໂຄສົກກະຊວງສາທາທະນະສຸກຈີນກ່າວວ່າ,ອົງການປິ່ນປົວຢູ່ຄຸ້ນເຮືອນຢູ່ສາມາດອຳນວຍຄວາມສະດວກແລະການບໍລິການປິ່ນປົວພະຍາບານທີ່ສະດວກແລະວ່ອງໄວໃຫ້ແກ່ໄທເມືອງ,ຄ່າປິ່ນປົວກໍ່ຕ່ຳກວ່າໂຮງໝໍສັງລວມຂ້ອນຂ້າງໃຫຍ່.ນັບມາຮອດປະຈຸບັນ,ຈີນໄດ້ສ້າງອົງການປິ່ນປົວຢູ່ຄຸ້ມເຮືອນຢູ່1ໝື່ນກວ່າແຫ່ງໃນຕົວເມືອງສ່ວນຫຼາຍທົ່ວປະເທດຈີນແລ້ວ,ພ້ອມກັນນັ້ນ,ໄດ້ອົບຮົມພະນັກງານປິ່ນປົວພະຍາບານຈຳນວນຫຼວງຫຼາຍໃຫ້ແກ່ອົງການປິ່ນປົວຢູ່ຄຸ້ມເຮືອນຢູ່.
ທ່ານມາວຊຸນອ່ານກ່າວວ່າ,ເບິ່ງຈາກສະພາບກວມລວມແລ້ວເຫັນວ່າ,ການບໍລິການປິ່ນປົວຢູ່ຄຸ້ມເຮືອນຢູ່ຂອງຈີນຍັງຢູ່ໃນໄລຍະເບື້ອງຕົ້ນ,ຍັງຕອບສະໜອງກັບຄວາມຕ້ອງການຂອງມວນຊົນອັນໄພສານຍາກ.ກະຊວງສາທາລະນະສຸກຈີນຈະວາງແຜນທີ່ກ່ຽວຂ້ອງ,ອອກແຮງຊຸກຍູ້ການກໍ່ສ້າງອົງການປິ່ນປົວຢູ່ຄຸ້ມເຮືອນຢູ່.
|