|
![](/images/spacer.gif) |
(GMT+08:00)
2006-02-10 21:23:06
|
![](/images/shim.gif) |
ລົດເມລະຫວ່າງຊາດຈາກຄຸນມິງຫາວຽງຈັນຂອງລາວຈະຟື້ນຟູທຸລະກິດໃນໄວໆນີ້
cri
Author: da
ຕາມຂ່າວສານຊິນຮວາ: ຕອນບ່າຍວັນທີ 9 ກຸມພາ,ລົດເມລະຫວ່າງຊາດຄັນໜຶ່ງຈາກສະຖານີລົດຍົນຄຸນມິງທິດຕາເວັນຕົກໄດ້ແລ່ນອອກຈາກຄຸນມິງແລະຈະກັບເມືອວຽງຈັນຂອງລາວໃນໄວໆນີ້,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ທາງລົດເມລະຫວ່າງຊາດທີ່ຢຸດຕິການທຸລະກິດມາສາມປີສາຍນີ້ຈະແລ່ນລົດຄືນໃໝ່ໃນໄວໆນີ້.
ຕາມຊາບວ່າ,ລົດເມລະຫວ່າງຊາດຈາກຄຸນມິງໄປວຽງຈັນລາວຖ້ຽວນີ້ເຄີຍໄດ້ແລ່ນລົດໃນເດືອນພຶດສະພາປີ2002,ໄດ້ສ້າງປະຫວັດທີ່ຈີນກັບນະຄອນຫຼວງຂອງປະເທດໃກ້ຄຽງໄດ້ແລ່ນລົດເມທາງຫຼວງໂດຍກົງ.ແຕ່ພາຍຫຼັງໄດ້ແລ່ນລົດໂດຍສານ 11 ຖ້ຽວແລ້ວ,ຍ້ອນມີຜູ້ໂດຍສານໜ້ອຍ ບໍ່ມີຄົນຈັດວາງຜູ້ໂດຍສານແລະສາຍເຫດອື່ນໆ,ຈຶ່ງເຊົາທຸລະກິດໃນທີ່ສຸດ.
ທ່ານຊຽນເວີຍຈ້ຽນ ຮອງຫົວໜ້າສະຖານີລົດຍົນໂດຍສານທິດຕາເວັນຕົກຂອງຄຸນມິງເວົ້າວ່າ,ຍ້ອນວ່າລົດເມລະຫວ່າງຊາດໃນ 3 ປີກ່ອນແມ່ນລົດໂດຍສານແອເຢັນ,ກາງເວັນແລ່ນ ກາງຄືນພັກ,ຈາກຄຸນມິງໄປຮອດວຽງຈັນຕ້ອງການ 3 ມື້,ໄປກັບຄັ້ງໜຶ່ງຕ້ອງການ 11 ມື້. ແຕ່ປະຈຸບັນ,ຫຼັງຈາກການທົດລອງແລ່ນລົດສຳເລັດຜົນແລ້ວ ແຂວງຢຸນນານມີແຜນຈະແລ່ນລົດເມລະຫວ່າງຊາດກັບລາວຊຶ່ງກັນແລະກັນ,ແລະແລ່ນລົດແຕ່ລະມື້,ຍ້ອນທັງສອງຝ່າຍລ້ວນແຕ່ໃຊ້ລົດນອນແອເຢັນ,ຈາກຄຸນມີງໄປຮອດວຽງຈັນ ພຽງແຕ່ໃຊ້ເວລາ 38-40 ຊົ່ວໂມງທໍ່ນັ້ນ.
|
|
|