ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 14:42:39    
ວິທະຍາ​ໄລ​ເກີ​ເດີ​ເຢຍລະ​ມັນ​ຈະ​ສ້າງສູນ​ຮຽນ​ພາສາ​ເຢຍລະ​ມັນ​ຢູ່​ເມືອງ​ເຊິ​ງຕູ່​ເຊິ່ງ​ເປັນແຫ່ງ​ທຳ​ອິດ​ຂອງ​ພາກ​ຕາ​ເວັນ​ຕົກຈີນ​

cri

ຕາມ​ຂ່າວສານ​ຊິນ​ຮວາ:ປີ​ນີ້,ວິທະຍາ​ໄລເກີ​ເດີ​​ເຢຍລະ​ມັນ​ຈະ​ຕັ້ງສູນ​ກາງ​ຮຽນ​ພາສາ​ເຢຍລະ​ມັນ​ຢູ່​ເມືອງ​ເຊິ​ງຕູ່​ເທດສະບານ​ແຂວງ​ເຊ​ສວນ​ເຊິ່ງ​ເປັນແຫ່ງ​ທຳ​ອິດ​ຂອງ​ພາກ​ຕາ​ເວັນ​ຕົກ​ຈີນ​,ກໍ່​ແມ່ນ​ແຫ່ງ​ທີ​ສາມ​ຂອງ​ຈີນ.

ທ່ານ​ເກີ​ຊີ​ໂມ ກົງສຸນ​ໃຫຍ່​ເຢຍລະ​ມັນ​ປະຈຳ​ເຊິ​ງຕູ່​ກ່າວ​ວ່າ,​ເຢຍລະ​ມັນ​ສຸດ​ທີ່​ເອົາ​ໃຈ​ໃສ່ການ​ໄປມາຫາສູ່​ກັນທາງ​ວັດທະນະທຳ​ແລະ​ການ​ຄ້າ​ກັບ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.​ໃນ​ຖານ​ເປັນ​ອົງການ​ການທູດ​ທີ່​ຮັບຜິດ​ຊອບການ​ແລກປ່ຽນລະຫວ່າງ​ເຂດ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ກັບ​ເຢຍລະ​ມັນ​ໃນ​ຂົງ​ເຂດ​ຕ່າງ​ໆ​,ສະຖານ​ກົງສູນ​​ໃຫຍ່ເຢຍລະ​ມັນ​ປະຈຳ​ເຊິ​ງຕູ່​ຈະ​ຊຸກຍູ້​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ.ທ່ານ​ເຫັນ​ວ່າ,ຊຸກຍູ້​ການ​ສຶກສາ​ພາສາ​​ເຢຍລະ​ມັນ​ຢູ່​ຈີນ​ຈະ​ມີ​ຜົນ​ດີ​ຕໍ່ການຍົກ​ສູງ​ຄວາມ​ເຂົ້າ​ໃຈ​ວັດທະນະທຳ​ເຢຍລະ​ມັນຂອງຄົນ​ຈີນ.