ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 21:43:26    
ຝ່າຍ​ຈີນ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ມຽນ​ມາ​ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນ​ປອງ​ດອງ​ກັນ​ພາຍ​ໃນ​ປະ​ເທດ

cri Author: da
ຕາມ​ຂ່າວCRI:ວັນ​ທີ 14 ກຸມພາ,​ຢູ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ໂຊ​ວິນ ນາຍົກລັດຖະມົນຕີມຽນມາທີ່​ມາ​ຢ້ຽມຢາມ ທ່ານ​​ເວີນ​​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ເວົ້າວ່າ,ຝ່າຍ​ຈີນ​ຫວັງ​ຢ່າງ​​ຈິງ​ໃຈໃຫ້ມຽນມາ​ສື​ບຕໍ່ຊຸກຍູ້​ຂະ​ບວນປອງ​ດອງ​ກັນ​ພາຍ​ໃນປະ​ເທດ,ບັນລຸ​ການ​ພັດທະນາ​ເສດຖະກິດ​ແລະ​ຄວາມ​ກ້າວໜ້າ​ທາງ​ສັງຄົມ.


ທ່ານ​ເວີນເຈຍ​ປາວ​ກ່າວ​ເນັ້ນວ່າ,ວຽກ​ງານ​ພາຍ​ໃນ​ຂອງ​ມຽນມາ​ຄວນ​ໃຫ້​ລັດຖະບານ​ແລະ​ປະຊາຊົນ​ມຽນມາ​ຫາ​ລຶແກ້​ໄຂ​ໂດຍຕົນ​ເອງ.ພ້ອມ​ກັນນັ້ນ ທ່ານ​ເວົ້າວ່າ,ລັດຖະບານ​ຈີນ​​ໄດ້ເອົາ​ໃຈ​ໃສ່​ນຳ​ການຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ມຽນມາ​ໂດຍ​ຕະຫຼອດ,ຫວັງ​ໃຫ້​ປັບປຸງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໄມຕີ​ຈິດ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ,ບັນລຸການພັດທະນາພ້ອມ​ກັນ.

ກ່ຽວ​ກັບ​ບັນຫາ​​ເກືອດ​ຫ້າມ​ຢາ​ເສບ​ຕິດ,ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ,ຝ່າຍ​ຈີນ​ຫວັງ​​ໃຫ້ພ້ອມ​ກັບ​ຝ່າຍ​ມຽນມາ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ຕ້ານ​ຢາ​ເສບ​ຕິດ​ລະຫວ່າງສອງ​ຝ່າຍ​ແລະຫຼາຍ​ຝ່າຍ,​​ແລະເຊັນ​ສັນຍາ​ຮ່ວມ​ມື​​ເກືອດ​ຫ້າມຢາ​ເສບ​ຕິດ​ໂດຍ​ໄວ.

ທ່ານ​ໂຊ​ວິນ​ເວົ້າວ່າ,ລັດຖະບານ​ມຽນມາ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ປະຕິບັດ​ນະ​ໂຍບາຍ​ມິດຕະພາບ​ຕໍ່​ຈີນ,​ແລະຍຶດໝັ້ນຫຼັກການ​ຈີນ​ດຽວ.