ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-18 18:54:22    
ນາຍົກລັດຖະມົນຕີມຽນ​ມາ​ຫວັງ​ຖອດ​ຖອນ​ບົດ​ຮຽນ​ສ້າງ​ເຂດ​ໄຮ​ເຕັກ​ຂອງ​ແຂວງ​ກວາງ​ຕຸ້ງ

cri Author: MO
ຕາມ​ຂ່າວສານ​ຊີນຮວາ: ​ໃນວັນ​ທີ 17 ກຸມພາ, ທ່ານ​​ໂຊ​ວິນ ນາຍົກລັດຖະມົນຕີມຽນມາທີ່​ພວມ​ຢ້ຽມຢາມ​ແຂວງ​ກວາງ​ຕຸ້ງ ພາກ​ໃຕ້​ຂອງ​ຈີນ​ກ່າວ​ວ່າ, ຫວັງ​ຖອດ​ຖອນ​ບົດຮຽນ​ສ້າງ​ເຂດໄຮ​ເຕັກຂອງ​ແຂວງ​ກວາງ​ຕຸ້ງ​ເພື່ອ​ພັດທະນາ​ອຸດສາຫະກຳ​ໄຮ​ເຕັກ​ຂອງ​ມຽນມາ.

ທ່ານ​ໂຊ​ວິນ​ຊີ້​ອອກ​ວ່າ, ປັດຈຸບັນ, ມຽນມາຕ້ອງການ​ຖອດ​ຖອນ​ບົດ​ຮຽນ​ສ້າງ​ເຂດ​ໄຮ​ເຕັກຫຼື​ເຂດ​ເສດຖະກິດ​ພິ​ເສດຂອງ​ແຂວງ​ກວາງ​ຕຸ້ງ​ເພື່ອ​ພັດທະນາ​ເສດຖະກິດ​​ມຽນມາ. ທ່ານ​ຍັງ​ຫວັງ​ໃຫ້​ແຂວງ​ກວາງ​ຕຸ້ງສະ​ເໜີ​ບົດຮຽນ​ທີ່​ກ່ຽວຂ້ອງ​ດ້ວຍ​ຮູບ​ການ​ລາຍລັກ​ອັກສອນ​ໃຫ້​ມຽນມາ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ພວກ​ເຂົາ​ເຈົ້າລົງ​ເລິກ​ຮ່ຳຮຽນ​ແລະ​ຖອດ​ຖອນ​ໃນ​ພາຍ​ໜ້າ.

ທ່ານ​ຍັງ​ກ່າວ​ເນັ້ນວ່າ, ​ໃນ​ຂະ​ບວນການ​ສ້າງສາ​ເສດຖະກິດ, ມຽນມາ​ເອົາ​ໃຈ​ໃສ່​​ນຳ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ກັບປະ​ເທດ​ອ້ອມ​ຂ້າງ​​ໂດຍ​ສະ​ເພາະ​ແມ່ນ​ຈີນ.

ວັນ​ທີ 18 ກຸມພາ, ທ່ານ​ໂຊ​ວິນ​ພ້ອມ​ດ້ວຍ​ຄະນະ​ຈະໄປ​ຢ້ຽມຢາມເມືອງ​ເສີນ​ເຈີ້ນ​ແຂວງ​ກວາງຕຸ້ງ​ເຊິ່ງ​ແມ່ນ​ບ່ອນ​ຢ້ຽມຢາມ​ແຫ່ງ​ສຸດ​ທ້າຍ​ຂອງ​ທ່ານ. ທ່ານ​ໂຊ​ວິນ​ແມ່ນ​ເລີ່​ມ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 14 ​ເປັນຕົ້ນມາ.