ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-19 18:18:59    
ເຮືອນ​ເກົ່າ​ຂອງ​ເຈົ້າ​ຊີວິດ​ອົງ​ສຸດ​ທ້າຍ​ຂອງ​ຈີນ​ຢູ່​ເມືອງ​ທຽນ​ສີນ​ຈະ​ຟື້ນ​ຟູ​ໂສມ​ໜ້າ​​​ໃນ​ປະ​ຫວັດ​ສາດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວຽກ​ງານປະຕິສັງຂອນ​ເຮືອນ​ເກົ່າ​ ​ຂອງ​ຜູ​ອີ ​ເຈົ້າຊີວິດ​ອົງ​ສຸດ​ທ້າຍ​ຂອງຈີນຢູ່​ເມືອງ​ທຽນ​ສິນ​ໄດ້​ລົງມື​ໃນ​ຫວ່າງ​ມໍ່ໆ​ນີ້. ກິດຈະການ​ນີ້​ຈະ​ປະຕິບັດ​ຕາມຫຼັກການ​ປະຕິ​ສັງ​ຂອນ​ຄື​ເກົ່າ, ກະ​ວ່າ​ຈະ​ຟື້ນ​ຟູ​ໂສມໜ້າ​ປະຫວັດສາດຂອງ​ເຮືອນ​ດັ່ງກ່າວ​ພາຍ​ໃນ​ປີ​ນີ້.

ເຈົ້າຊີວິດ​ຜູ​ອີ​ໄດ້​ດຳ​ລົງ​ຊີວິດ​ຢູ່​ເມືອງ​ທຽນ​ສິນ​ໃນ​ຊຸມ​ປີ 20-30 ສະຕະວັດ​ທີ່​ແລ້ວ. ​ເຮືອນ​ເກົ່າ​ຂອງ​​ເຂົາ​ເຄີຍ​ຖືກ​ແຜ່ນດິນ​ໄຫວ, ຫຼາຍປີບໍ່​ໄດ້​​​ແປງ​​ແລ້ວ, ສະພາບ​ແວດ​ລ້ອມ​ບໍ່​ດີ​ປານ​ໃດ. ຕາມ​ແນະນຳ​ວ່າ, ພາຍຫຼັງປະຕິສັງຂອນ​ແລ້ວ, ຈະ​ສ້າງ​ຫໍ​ວາງສະ​ແດງ​ທີ່​ໃສ່​ຊື່ວ່າ"​ເຈົ້າຊີວິດອົງ​ສຸດທ້າຍຢູ່​ທຽນ​ສິນ"​​ໃນ​ສວນ​, ​ເພື່ອ​ວາງສະ​ແດງ​ຊີວິດການ​ເປັນ​ຢູ່​ຂອງ​​ຜູ​ອີ​ຢູ່​ທຽນ​ສິນ.

ປີ 1908, ຜູ​ອີ​ ອາຍຸ​ພຽງ 3 ຂວບ​ກໍ​ຖືກຕັ້ງ​ເປັນ​ເຈົ້າ​ຊີວິດ. ​ເມື່ອ​ສ້າງຕັ້ງສາທາລະນະຈີນ​ໃນປີ 1912​ ​ແລ້ວ, ຜູ​ອີລາ​ອອກ​ຈາກ​ລາດ​ຊະ​ບັນລັງ, ລະບອບ​ລາຊາທິປະ​ໄຕ​ສັກດິນາຂອງ​ຈີນ​ທີ່​ຍືດ​ເຍືອ​ມາ 2 ພັນ​ກວ່າ​ປີ​​ໄດ້​ສິ້ນ​ສຸດ​ລົງ. ​​ໃນ​ຊຸມ​ປີ30-40ສະຕະວັດ​ທີ່​ແລ້ວ​ ຜູ​ອີເຄີຍ​ເປັນ​ເຈົ້າຊີວິດມານ​ຊູ​ລີທີ່ຄ້ຳ​ຊູ​ໂດຍ​ທະ​ຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​. ພາຍ​ລຸນ​ມາ, ຜູ​ອີ​ໄດ້​ກາຍ​ເປັນພົນລະ​ເມືອງສາມັນຂອງ​ສ.ປ.ຈີນ.