ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-20 12:22:21    
ຈີນ​ມີ​ແຜນ​ດູດ​ດຶງ​ນັກ​ສຶກ​ສາ​ຮຽນ​ນອກ​ຜູ່​ດີ​ເລີດ​ກັບ​ຄືນ​ປະ​ເທດ

cri Author: da
ຕາມໜັງສືພິມ​ເຢິນ​ມິນ​ຢື້​ປ້າວ​ສະບັບພົ້ນທະ​ເລ:ຈີນຈະ​ວາງແລະ​ປະຕິບັດ​ແຜນການດູດ​ດຶງນັກສຶກສາຮຽນນອກຜູ່​ດີ​ເລີດ​ກັບ​ຄືນ​ມາເຮັດວຽກແລະບໍລິການໃຫ້ປະ​ເທດ​ຊາດ​,ຈະ​ເຈາະ​ຈົງ​ດູດ​ດຶງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຊັ້ນສູງ​ແລະ​ຂາດ​ເຂີນ.

ຫວ່າງ​ມໍ່ໆ​ນີ້ນີ້​,ລັດຖະບານ​ຈີນ​ໄດ້​ປະກາດ​"ໂຄງ​ຮ່າງ​ແຜນການ​ພັດທະນາ​ວິທະຍາສາດ​​ເຕັກນິກ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​​ແຫ່ງ​ຊາດ​(ແຕ່ປີ 2006 – 2020) "ໂດຍໄດ້ປະກາດຂ່າວດັ່ງກ່າວ.

​"ໂຄງ​ຮ່າງ​"ຊີ້​ອອກ​ວ່າ,ຈີນ​ຈະ​ໃຊ້ຮູບ​ການ​ຫຼາຍ​ຢ່າງ,ສ້າງ​ກົນ​ໄກດູດ​ດຶງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ສອດຄ່ອງ​ກັບ​ຈຸດ​ພິ​ເສດຂອງ​ຜູ້ທີ່​ຮຽນ​ຢູ່​ຕ່າງ​​ປະ​ເທດ;​​ເພີ່ມ​ທຶນ​ສະໜັບສະໜູນຜູ້​ມີຄວາມ​ຮູ້​ຄວາມ​ສາມາດຊັ້ນ​ສູງ​ທີ່​ຮຽນ​ຢູ່​ຕ່າງປະ​ເທດກັບ​ຄືນ​ປະ​ເທດ;ບູລະນະນະ​ໂຍບາຍ​ແລະ​ມາດ​ຕະການໃຫ້ດີຂຶ້ນກ່ຽວກັບນັກສຶກສານອກກັບຄືນມາບໍລິການໃຫ້ປະເທດຊາດ;ຕໍ່​ຕຳແໜ່​ງສຳຄັນ​ຕ່າງໆ​ເຊັ່ນ:ຫົວໜ້າ​ຫ້ອງ​ທົດ​ລອງ ຜູ້ນຳ​ໜ້າ​ຄົ້ນຄວ້າ​ວິຊາການຂອງ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ຈຸດ​ໜັກ​ແລະ​ຕຳ​​ແໜ່​ງຄົ້ນຄວ້າ​ວິທະຍາສາດ​ຊັ້ນສູງ​ອື່ນໆ,ຈະ​ຮັບສະໝັກ​ຢ່າງ​ເປີດ​ເຜີຍ​ຢູ່​ຈີນ​ແລະ​ຕ່າງປະ​ເທດ​ເປັນ​ກ້າວໆ.