ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-21 19:48:11    
ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ, ຈີນ​ອັງກິດ​ຄວນ​ເພີ່ມ​ທະວີ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບ​ດ້ານ

cri Author: mo
ຕາມຂ່າວ​CRI, ວັນ​ທີ 21 ກຸ​ມພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ​ໄດ້​ພົບ​ປະ​ທ່ານ​ຈອນ ​ເພຼສຄົດ ຮອງ​ນາຍົກລັດຖະມົນຕີ​ອັງກິດ, ທ່ານ​ເວົ້າວ່າ, ຈີນ​ອັງກິດ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ, ທັງ​ນີ້ບໍ່ພຽງ​ແຕ່ມີ​ຄວາມສຳຄັນ​ທີ່ສຸດຕໍ່ສອງປະເທດເທົ່ານັ້ນ, ຫາກ​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກອີກ​ດ້ວຍ.

ທ່ານ​ເຈຍ​ຊິ້ງລິນ​ເວົ້າວ່າ, ປີ​ກາຍ​ນີ້, ຈີນ​ອັງກິດ​ໄດ້​ເລີ່​ມປະຕິບັດກົນ​ໄກ​ສົນທະນາ​ຍຸດ​ທະ​ສາດ, ​ອັນ​ໄດ້ເພີ່ມ​ພະລັງ​ຊີວິດ​ແລະ​ເນື້ອ​ໃນ​​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ທັງ​ສອງ​ປະ​ເທດ. ຝ່າຍຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ອັງກິດ​ສືບຕ​ຕໍ່​ພະຍາຍາມຊຸກ​ຍູ້ການ​ພົວພັນ​ສອງ​ປະ​ເທດຂະຫຍາຍຕົວ​ຍິ່ງຫຼາຍ.

ທ່ານຈອນ ​ເພຼສຄົດ​ເວົ້າວ່າ, ລັດຖະບານ​ອັງກິດ​ຍິນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ເສດຖະກິດ​ການ​ຄ້າ ວິທະຍາສາດ​ເຕັກ​ນິກ ວັດທະນະທຳ​ແລະ​ການ​ສຶກສາ​ເປັນຕົ້ນ. ​ໃນ​ຖານ​​ເປັນ​ປະ​ເທດ​ມົນຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ອັງກິດ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​​ໂລກ.