ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-22 17:04:58    
ຍົນ​ໂດຍ​ສານ​ສາຍ​ສາ​ຂາ​ຂອງ​ຈີນ​ລຳ​ທຳ​ອິດ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໂດຍ​ເປັນ​ເຈົ້າ​ເອງ​ຈະ​ເຂົ້າ​ສູ່​ໄລ​ຍະ​ຜະ​ລິດ​ຮອບ​ດ້ານ

cri Author: da
ຕາມ​ຂ່າວໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ​ສະບັບ​ພົ້ນທະ​ເລ:ຍົນ ARJ21 ​ເຊິ່ງ​ເປັນຍົນ​ໂດຍສານ​ສາຍ​ສາຂາ​ຂອງ​ຈີນລຳ​ທຳ​ອິດທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂດຍເປັນ​ເຈົ້າ​ເອງຈະ​ເຂົ້າສູ່​ໄລຍະ​ຜະລິດ​ຮອບດ້ານ,ຄາດ​ຄະ​ເນວ່າ ຍົນ ARJ21 ມີ​ຫວັງ​ບິນ​ຂຶ້ນ​ສູ່​ທ້ອງຟ້າເປັນຄັ້ງທຳ​ອິດ​ໃນ​ປີ 2008,​ແລະທຸລະ​ກິດ​ຢ່າງ​ເປັນ​ທາງ​ການ​ປີ 2009.

ຕາມ​ແນະນຳ​ວ່າ,ຄ່າ​ຄົ້ນຄວ້າຍົນ​ໂດຍສານ ARJ21 ​​​ໃນໄລຍະ​ຕົ້ນສູງ​ເຖິງ 5 ຕື້​ຢວນ,​ແມ່ນ​ຍົນ​ລຳ​ທຳ​ອິດ​ໃນ​ໂລກ​ທີ່ຈີນຕັ້ງມາດຖານອອກ​ແບບຕາມ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ຕົນ​ຢ່າງ​ສົມບູນ,ມີ​ທ່າ​ແຮງ​ຫຼາຍ​​ໃນ​ການ​ສອດຄ່ອງ​ກັບ​ສາຍ​ການບິນ​ແລະ​ສະໜາມ​ບິນ​ພາກ​ຕາ​ເວັນ​ຕົກຂອງ​ຈີນ.