ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 12:00:37    
ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ມີ​ຖາ​ນະ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ການ​ທ່ອງ​ທ່ຽວ​ໂລກ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ທ່ານ​ຊ້າ​ວຊີ​ເຫວີຍ ຫົວ​ໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ພາກ​ພື້ນvອາຊີ​ປາຊີ​ຟິກ​ໂດຍ​ມີຈີນ​ເປັນຕົວ​​ແທນ​ໄດ້​ມີ​ຖານະ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ການທ່ອງ​ທ່ຽວ​ໂລກ.

ໃນ​ເວລາ​ກວດ​ການທ່ອງ​ທ່ຽວ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ,ທ່ານ​ຊ້າ​ວຊີ​ເຫວີຍ​ເວົ້າ​ວ່າ,ຫຼັງ​ຈາກ​ໄດ້ປະສົບ​ວິ​ກິດ​ການ​ທະນາ​ຄານອາຊີ​ແລະ​ພະຍາດ​ຊາດ​ສ໌​ແລ້ວ,​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ຍັງ​ຄົງ​ແມ່ນ​ພາກ​ພື້ນທີ່​ການທ່ອງ​ທ່ຽວ​ພັດທະນາ​ໄວ​ກວ່າ​ໝູ່.​ໃນ​ນັ້ນ,ການທ່ອງ​ທ່ຽວ​ຂອງ​ຈີນ​ໄດ້​ພັດທະ​ນາ​ໄວ​ກວ່າ​ໝູ່.ປີ​ກາຍ​ນີ້,ຈີນ​ໄດ້ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວທີ່​ເຂົ້າ​ເມືອງ​​ແລະພັກ​ແຮມ46ລ້ານ8​​ແສນ​ເທື່ອ​ຄົນ,ເພິ່ມ​ຂຶ້ນ12%​ເມື່ອ​ທຽບ​ກັບ​ປີ​2004,ລາຍ​ຮັບ​​ທີ່​ເປັນເງິນ​ຕາ​ຕ່າງ​ປະ​ເທດ​ຈາກ​ການທ່ອງ​ທ່ຽວມີ29​ຕື້200​ລ້ານ​ໂດ​ລາ,​ເພິ່ມຂຶ້ນ​13%​ເມື່ອ​ທຽບ​ກັບ​ປີ2004.

ທ່ານ​ຊ້າ​ວຊີ​ເຫວີຍ​ຍັງ​ໄດ້​ແນະນຳ​ວ່າ,ປີ​ກາຍ​ນີ້,ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​​ໄດ້​ມີ31​ລ້ານ​ເທື່ອ​ຄົນ​ໄປ​ທ່ອງ​ທ່ຽວ​ຕ່າງປະ​ເທດ,​ເພິ່ມຂຶ້ນ​ຫຼາຍ​ວ່າ​ປີ2004 7,5%,​​ ແມ່ນ​ປະ​ເທດ​​ແຫ່ງ​ແຂກທ່ອງ​ທ່ຽວ​​ໃຫຍ່​ທີ່​ໜຶ່ງ​ຂອງອາຊີ,ຂະ​ໜາດ,ຄວາມ​ໄວ​ແລະ​ອະນາຄົດ​ຂອງ​ການ​ຂະຫຍາຍ​ຕະຫຼາດ​ທ່ອງທ່ຽວ​ຕ່າງປະ​ເທດຂອງ​ຈີນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກບັນດາ​ປະ​ເທດ​ໃນ​ໂລກ​.