ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 14:48:43    
ບັນດາສະມາຄົມ​ການ​ຄ້າ​ໃຫຍ່​ຮົງ​ກົງ​ສະ​ໜັບ​ສະ​ໜູນ​ແຜນ​ງົບ​ປະ​ມານ​ການ​ເງິນ​ສະບັບ​ໃໝ່​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 22 ກຸມພາ, ທ່ານ​ຖາງ​ອິງ​ນຽນ ຫົວໜ້າ​ພະ​ແນກການ​ເງິນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ຍື່ນ​​ແຜນ​ງົບປະມານ​ການ​ເງິນ​ສົກ​ປີ 2006- 2007 ​ໃຫ້​ສະພາ​ນິຕິບັນຍັດ, ສະມາຄົມການ​ຄ້າຈີນ​ຮົງ​ກົງ ສະມາຄົມ​ການ​ຄ້າ​ຮົງ​ກົງ ​ແລະ​ສະຫະພັນ​​ໂຮງງານ​ຈີນ​ຮົງ​ກົງ​ເປັນຕົ້ນລ້ວນ​ແຕ່​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບແລະສະໜັບສະໜູນ​ແຜນ​ງົບປະມານ​ສະບັບ​ນີ້.

ທ່ານ​ໂຮ້​ເຈິ້ນ​ຫວນ ປະທານ​ສະມາການ​ຄ້າຄົມ​ຈີນ​ຮົງ​ກົງ​ກ່າວ​ວ່າ, ​ແຜນ​ງົບປະມານ​​ສະບັບ​ໃໝ່​​ໄດ້​ກຳນົດຖາ​ນະ​ໃຫ້​ເສດຖະກິດ​ຮົງ​ກົງຢ່າງ​ຊັດ​ເຈນ, ​ແລະ​ໄດ້​ສະ​ເໜີ​ວິທີ​ແກ້​ໄຂ​ບັນຫາ​ສັງຄົມ​ນຳ​ອີກ. ​ແມ່ນ​ແຜນ​ງົບປະມານ​ທີ່​ຮັບຜິດຊອບ​, ​ເປັນຕາ​ສະໜັບສະໜູນ.

ຜູ້​ຮັບຜິດຊອບ​ສະມາຄົມ​ການ​ຄ້າ​ຮົງ​ກົງ​ກ່າວ​ວ່າ, ອົງການ​ປົກຄອງ​ມີ​ນ້ຳ​ໃຈ​ເດັດດ່ຽວພັດທະນາ​ຂະ​ແໜງ​ການ​ທະນາຄານແລະ​ການທ່ອງ​ທ່ຽວ​ແມ່ນ​ເໝາະ​ສົມ​ທີ່​ສຸດ, ​ເສດຖະກິດຮົງ​ກົງ​ຈະ​ໄດ້​ຮັບ​ການ​ພັດທະນາ​ໂດຍ​ຜ່ານຈາກ​ສອງ​ຂະ​ແໜງ​ການ​ດັ່ງກ່າວ​ນີ້​.