|
 |
(GMT+08:00)
2006-02-23 16:48:25
|
 |
ການສຶກສາພາກບັງຄັບຂອງຈີນເດີນໄປສູ່ເສັ້ນທາງພັດທະນາຢ່າງສະໝ່ຳສະເໝີກັນ
cri
Author: min
ຕາມຂ່າວCRI: ຄວາມຜິດໂຕນກັນໃນດ້ານຊັບພະຍາກອນການສຶກສາສາທາລະນະລະຫວ່າງເຂດຕ່າງໆແລະລະຫວ່າງຕົວເມືອງກັບຊົນນະບົດຂອງຈີນພວມນັບມື້ນັບຫຼຸດໜ້ອຍລົງ, ການສຶກສາພາກບັງຄັບໄດ້ເດີນໄປສູ່ເສັ້ນທາງພັດທະນາຢ່າງສະໝ່ຳສະເໝີ.
ວັນທີ 23 ກຸມພາໄດ້ປະກາດບົດລາຍງານກວດກາຊີ້ນຳການສຶກສາຈີນປີ 2005 ໂດຍໄດ້ເຜີຍໃຫ້ຮູ້ຂ່າວດັ່ງກ່າວ. ບົດລາຍງານໄດ້ວິເຄາະຢ່າງຮອບດ້ານຕໍ່ສະພາບການຈັດສັນຊັບພະຍາກອນການສຶກສາພາກບັງຄັບຂອງຈີນຈາກ 3 ດ້ານຄື ການລົງທຶນ, ເງື່ອນໄຂສ້າງໂຮງຮຽນ, ແລະຖັນແຖວຄູສອນ.
ບົດລາຍງານສະແດງໃຫ້ເຫັນວ່າ, ໃນຫຼາຍປີມານີ້, ອັດຕາເພີ່ມຂຶ້ນຂອງການລົງທຶນເຂົ້າໃນການສຶກສາພາກບັງຄັບໃນຊົນນະບົດຂອງລັດຖະບານຈີນສູງກວ່າຕົວເມືອງຢ່າງເດັ່ນຊັດ.
ຫວ່າງມໍ່ໆນີ້, ລັດຖະບານຈີນຍັງໄດ້ສະເໜີວ່າ, ແຕ່ປີນີ້ເປັນຕົ້ນໄປ, ຈະຍົກເລີກຄ່າຮຽນຄ່າສາລະພັດທັງໝົດໃນໄລຍະການສຶກສາພາກບັງຄັບຂອງຊົນນະບົດພາກຕາເວັນຕົກ, ປີໜ້າຈະຂະຫຍາຍໄປຮອດເຂດພາກກາງແລະພາກຕາເວັນອອກ.
|
|
|