ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 17:39:03    
ມາ​ກາວ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​​ທີ່​ມີ​ເສ​ລີ​ພາບ​ແລະ​ໄຂ​ປະ​ຕູ

cri Author: da
ຕາມ​ຂ່າວCRI: ວັນ​ທີ 23 ກຸມພາ ທ່ານ​ຖານ​ໂປ​ຢວນ ຫົວໜ້າພະ​ແນ​ກ​ເສດຖະກິດ​​ແລະ​ການ​ເງິນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ມາ​ກາວ​ຈີນ​ເວົ້າວ່າ, ມາ​ກາວ​ຈະ​ສືບ​ຕໍ່ຍຶດໝັ້ນນະ​ໂຍບາຍການ​ຄ້າ​ແລະ​ການ​ລົງທຶນ​ທາງ​ທີ່​ມີ​ເສລີພາບ​ແລະໄຂ​ປະຕູ​.

ທ່ານ​ຖານ​ໂປ​ຢວນ​ແມ່ນກ່າວ​ຄວາມ​ເວົ້າດັ່ງກ່າວ​ຢູ່​ທີ່​ປະຊຸມເວທີ​ປາ​ໄສ​ສົ່ງ​ເສີມການ​ຄ້າອາຊີ​ທີ່​ຈັດ​ຂຶ້ນ​ຢູ່​ມາ​ກາວ​ໃນ​ມື້​ດຽວ​ກັນ.ທ່ານ​ເວົ້າວ່າ,ການ​ພັດທະນາການ​ຄ້າ​ກັບ​ຕ່າງປະ​ເທດ​ແມ່ນ​ເນື້ອ​ໃນ​ແກນ​ກາງ​ອັນ​ໜຶ່ງ​ຂອງ​ນະ​ໂຍບາຍ​ເສດຖະກິດ​​ມາ​ກາວ,ມາ​ກາວ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແທ່ນ​​ໃນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ພາກ​ພື້ນກັບ​ໂລກ.

ປະຈຸ​ບັນ,ອົງການ​ກາ​ນຄ້າ​ໂລກ​ໄດ້​ຖື​ມາ​ກາວ​ເປັນ​ແຫ່ງໜຶ່ງ​ໃນ​ບັນດາ​ເຂດ​ການ​ຄ້າ​ແລະ​ການລົງທຶນທີ່​ໄຂ​ປະຕູ​ກວ່າ​ໝູ່​​ໃນ​ໂລກ.