ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 18:33:20    
ການ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄງ​ໄຕ້​ຫວັນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຈີນ​ແລະ​ປະ​ເທດ​ອື່ນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 23 ກຸມພາ ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄງ​ໄຕ້​ຫວັນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ແລະ​ປະ​ເທດ​ອື່ນ.

ທ່ານ​ລິ​ວຈ້ຽນຊ່າວ​ເວົ້າວ່າ,ຫວ່າງ​ມໍ່ໆ​ນີ້ ອິດ​ທິກຳລັງ​ແຍກໄຕ້​ຫວັນ​ເປັນ​ເອກະລາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ໄຕ້​ຫວັນ​ແລະ​ຄວາມ​ເຈດ​ຈຳນົງ​ທີ່​ພວກ​ເຂົາ​ເຈົ້າສະ​ເໜີ​ນັ້ນ​ແມ່ນ​ສັນ​ຍານອັນຕະລາຍ,ຈີນ​ຫວັງ​ໃຫ້​ປະ​ເທດ​ອື່ນ​ຕ້ອງຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ການ​ເຄື່ອນ​ໄຫວ​ອັນຕະລາຍ​ຂອງ​ອິດ​ທິກຳລັງ​ແຍກ​ໄຕ້​ຫວັນ​ເປັນ​ເອກ​ະລາດ,ພ້ອມ​ກັນ​ປົກ​ປັກ​ຮັກສາ​ສະຖ​ຽນລະ​ພາບຢູ່ຊ່ອງ​ແຄບ​ໄຕ້​ຫວັນ.

ຫວ່າງ​ມໍ່ໆ​ນີ້,ຜູ້ນຳ​​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ບໍ່​ເອົາ​ຫົວຊາ​ນຳ​ຄຳ​ໝັ້ນສັນຍາ​ທີ່ຕົນ​ກ່າວ​ລື້​ມຫຼາຍ​ເທື່ອ​ແຕ່​ປີ 2000 ມານີ້,ພັດ​ເປີດ​ປ່າວ​ຄັ້ງ​ແລ້ວ​ຄັ້ງອີກ​ວ່າ​ຈະ​ຍຸບ"​ຄະນະ​ກຳມະການ​ໂຮມ​ຊາດ​ເປັນ​ເອກະ​ພາບ"​ແລະ"​ໂຄງການໂຮມຊາດເປັນ​ເອກະ​ພາບ",ທັງ​​ໄດ້ລົງມື​ວາງ​ແຜນອັນ​ທີ່​ວ່າ"ຍົກ​ເລີກ​ການ​ໂຮມ​ເປັນ​ເອກະ​ພາບ",ນີ້​ເປັນ​ສັນຍານ​ອັນຕະລາຍ​ຂອງການ​ເຄື່ອນ​ໄຫວ​​ແບ່ງ​ແຍກ​​ໄຕ້​ຫວັນ​ເປັນ​ເອກະລາດ​ເລື່ອນ​ຂັ້ນ​ຕື່ມ​ອີກ.