ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 13:51:16    
ຢູ່​ຈີນ​ມີ​ວິ​ສາ​ຫະ​ກິດ​ພຽງ​ແຕ່​ສາມ​ສ່ວນ​ໝື່ນ​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ

cri

ຕາມ​"ໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ": ວັນ​ທີ23​ກຸມພາ, ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈີ​ນຈິນຮວາ ປະທານ​ສະຫະ​ພັນ​ວິ​ສາ​ຫະກິດ​ຈີນ​ແລະສະ​ມາ​ຄົມ​ນັກ​ທຸ​ລະ​ກິດຈີນ​ກ່າວ​ວ່າ,ຢູ່​ຈີນ​ມີວິ​ສາ​ຫະກິດ​ພຽງ​​ແຕ່ສາມ​ສ່ວນ​ໝື່ນ​ທໍ່​ນັ້ນ​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​.

ທ່ານ​ເຈີ​ນຈິນຮວາ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ປະດິດ​ສ້າງ​ໂດຍ​ຕົນ​ເອງ​ຂອງ​ວິ​ສາ​ຫະກິດ.​ທ່ານ​ເວົ້າ​ວ່າ,​ເມື່ອ​ທຽບກັບ​ປະ​ເທດ​ທີ່​ພັດທະ​ນາດ້ານ​ອຸດສາ​ຫະກຳ​ແລ້ວ,ຈີນ​ຍັງ​ເຮັດ​ບໍ່ພ​ຽງພໍ​ໃນ​ດ້ານ​ປົກ​ປ້ອງ​ແລະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ປະດິດ​ສ້າງຄວາມ​ຮ້​ໃໝູ່​.

ທ່ານ​ເວົ້າ​ວ່າ,ປະຈຸ​ບັນ,ວິ​ສາ​ຫະກິດຈີນ​ນັບ​ມຶ້ນັບ​ຫຼາຍ​​ໄດ້​ເລີ່​ມ​ເອົາ​ໃຈ​ໃສ່​ນຳການ​ປົກປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ,​ແລະ​ໄດ້​ໃຊ້​ມາດ​ຕະການທີ່​ສົມ​ຄູ່​ກັນ.ວິ​ສາ​ຫະກິດ​ຫຼາຍໄດ້​ເລີ່​ມລົງທຶນ​ຫຼາຍ​ຂຶ້ນ,​ເພື່ອພັດ​ທະນາ​ເຕັກ​ນິກ​ແກນ​ກາງ,​ແລະຍົກ​ຄວາມ​ສາມາດ​ປະດິດ​ສ້າງ​​​ເອົາ​ເອງ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.