ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 15:42:23    
ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​"ຍົກ​ເລີກ​ຄວາມ​ເປັນ​ເອ​ກະ​ພາບ"ຈະ​ທຳ​ລາຍ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ຢ່າງ​ໜັກ​ໜ່ວງ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 24 ກຸມພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ເວີຍ​ອີ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ລື້​ມວ່າ, ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​"ຍົກ​ເລີກ​ຄວາມ​ເປັນເອກະ​ພາບ"ຈະ​ທຳລາຍ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ຢ່າງ​ໜັກໜ່ວງ, ​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ​ພວມ​ເອົາ​ໃຈ​ໃສ່​ນຳການ​ຂະຫຍາຍຕົວ​ຂອງ​ເຫດການ​ດັ່ງກ່າວ​ຢ່າງ​ໃກ້ຊິດ.

ທ່ານ​ລີ​ເວີຍ​ອີ​ເວົ້າວ່າ, ​ແຕ່ຕົ້ນ​ປີ​ນີ້​ມາ, ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບໄດ້​ຮັບ​ການ​ຂະຫຍາຍຕົວຫຼາຍກວ່າ​ເກົ່າ, ​ແຕ່ວລາ​ນີ້​ ໄດ້​ປະກົດ​ມີ​ສະພາບ​ການ​ທີ່​ເຮັດ​ໃຫ້​ຄົນ​​ເປັນ​ຫ່ວງ​ເປັນ​ໃຍ ​. ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ບໍ່​ຫົວຊາ​ນຳ​ຄຳໝັ້ນສັນຍາ, ​ເປີດ​ປ່າວ​ວ່າ​ຈະ​ຍຸບ​ຄະນະ​ກຳມະການ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບກັນ, ​ແລະ​ຍົກ​ເລີກໂຄງ​ຮ່າງ​​ໂຮມ​ຈີນ​ເຂົ້າເປັນ​ເອກະ​ພາບກັນ. ນີ້​ແມ່ນ​ສັນຍານ​ອັນຕະລາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າການເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດນັ້ນ​ເລື່ອນ​ຂັ້ນ​ໃດ​ອີກ, ຈະ​ທຳລາຍ​ການ​ພົວພັນ​ສອງ​ຝັ່ງ​ຢ່າງ​ໜັກໜ່ວງ, ​ໃນ​ທີ່ສຸດຍ່ອມ​ຈະ​ທຳລາຍ​ຜົນ​ປະ​ໂຫຍດຕົວ​ຈິງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນຢ່າງ​ແນ່ນອນ.