ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 16:06:13    
ຈີນ​ຈະ​ຍິງ​ສົ່ງ​ດາວ​ທຽມ​ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່​ສາມ​ມິ​ຕິ​ທີ່​ມີ​ອັດ​ຕາ​ຈຳ​ແນກ​ສູງ​ພາຍ​ໃນ​5​ປີ

cri

ຕາມ​ຂ່າວ​cri:ວັນ​ທີ24​ກຸມພາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລູ້​ຊິ່ນ​​ເຊີ້ ຫົວ​ໜ້າ​ກົມ​ວັດ​ແທກ​ແລະ​ແຕ້ມແຜນທີ່​ແຫ່ງ​ຊາດ​ຈີນກ່າວ​ວ່າ,​ເພື່ອ​ຍົກ​ລະດັບ​ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່ໃຫ້​ສູງຂຶ້ນ​ຕື່ມອີກ,ຈີນຈະ​ຍິງສົ່ງ​ດາວທຽມ​ວັດ​ແທກ​ແລະ​ແຕ້ມ​ແຜ່ນທີ່​ສາມມິ​ຕິທີ່​ມີ​ອັດຕາ​ຈຳ​ແນກ​ສູງ​ພາຍ​ໃນ5​ປີ.ການ​ກະທຳ​ດັ່ງ​ກ່າວ​ຈະ​ຍົກ​ຄວາມ​ສາມາດ​ຂອງ​ຈີນ​ໃນ​ການ​ຮັບ​ເອົາ​ຂໍ້​ມູນ​ຂ່າວ​ສານ​ພູມີ​ສາດ​ຢ່າງວ່ອງ​ໄວ​​ແລະ​ບັງ​ເກີດ​ຜົນ.ທ່າ​ນຍັງ​ກ່າວ​ວ່າ,ພາຍ​ໃນ5​ປີ,ຈີນ​ຍັງ​ຈະ​ປະຕິບັດ​ໂຄງ​ການວັດ​ແທກ​ແລ​ະ​ແຕ້ມ​ແຜນ​ທີ່​​ຂອງເກາະ​​ແລະ​​ແກ້ງທະ​ເລ.​ເພື່ອ​ຮັກ​ສາສິດ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະກິດ​ທະ​ເລ​ຈີນ​ມີ​ການ​ພັດ​ທະນາ.

ໃນ5​ປີ​ທີ່​ຜ່ານ​ມາ,ພາ​ລະ​ກິດ​ວັດ​ແທກ​ແລະ​​​ແຕ້ມ​​ແຜນ​ທີ່​ຂອງ​ຈີນໄດ້​ພັດທະນາ​ຢ່າງວ່ອງ​ໄວ.ພະ​ແນ​ກວັດ​ແທກ​ລະ​ແຕ້ມ​ແຜນ​ທີ່​ໄດ້​ສະ​ໜອງ​ການ​ຮັບປະກັນ​ໃຫ້​ແກ່ໂຄງ​ການ​ສຳຄັນ200​ກວ່າ​ລາຍ,​ເຊັ່ນ​ໂຄງ​ການ​ສ່າ​ນ​ເຊຍ​ແລະ​ເປັ່ງ​ນ້ຳ​ພາກ​ໃຕ້​ໄປ​ສູ່​ພາກ​ເໜືອ​ເປັນ​ຕົ້ນ,ກໍ່​​ໄດ້​ອຳນວຍ​ແຜນ​ທີ່​ຫຼາຍ​ຊະນິດ​​ໃຫ້​​ມວນ​ຊົນ​ໃນ​ສັງຄົມ.