|
 |
(GMT+08:00)
2006-03-01 20:07:42
|
 |
ສູນກາງພັກກອມມູນິດຈີນປະກາດເອກະສານກ່າວເນັ້ນເພີ່ມທະວີວຽກງານສະພາປຶກສາການເມືອງປະຊາຊົນ
cri
Author: MO
ຕາມຂ່າວCRI:ວັນທີ 1 ມີນາ, ຂ່າວສານຊີນຮວາ ຂ່າວສານແຫ່ງລັດຈີນໄດ້ພິມຄວາມເຫັນຂອງສູນກາງພັກກອມມູນິດຈີນກ່ຽວກັບການເພີ່ມທະວີວຽກງານສະພາປຶກສາການເມືອງປະຊາຊົນ. ເອກະສານດັ່ງກ່າວກ່າວເນັ້ນວ່າ, ຕ້ອງອອກແຮງເພີ່ມທະວີວຽກງານສະພາປຶກສາການເມືອງປະຊາຊົນ, ຊຸກຍູ້ພາລະບົດບາດຕິດຕາມກວດກາແບບປະຊາທິປະໄຕຂອງສະພາປຶກສາການເມືອງປະຊາຊົນຢ່າງຕັ້ງໜ້າ.
ບົດຄວາມຊີ້ອອກວ່າ, ສະພາປຶກສາການເມືອງປະຊາຊົນຈີນແມ່ນຮູບການສຳຄັນໃນການເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມໃນຊີວິດການເມືອງຂອງຈີນ, ອົງການປົກຄອງທຸກຂັ້ນຄວນຮັບຟັງຄຳຕິຕຽນແລະຂໍ້ສະເໜີຂອງສະພາປຶກສາການເມືອງຢ່າງຕັ້ງໜ້າ, ຮັບເອົາການຕິດຕາມກວດກາແບບປະຊາທິປະໄຕຢ່າງຕື່ນຕົວ. ບູລະນະກົນໄກຕິດຕາມກວດກາແບບປະຊາທິປະໄຕໃຫ້ສົມບູນຂຶ້ນ, ລຸລ່ວງຊ່ອງທາງຕິດຕາມກວດກາແບບປະຊາທິປະໄຕ. ພ້ອມກັນນັ້ນ, ຕໍ່ປະຊາມະຕິທີ່ສະພາປຶກສາການເມືອງສ່ອງແສງນັ້ນ, ອົງການປົກຄອງທຸກຂັ້ນຄວນຮັບເອົາຢ່າງຕັ້ງໜ້າ.
|
|
|