
ຕາມຂ່າວCRI: ຫວ່າງມໍ່ໆນີ້, ວຽກງານກະກຽມຕ່າງໆຂອງກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ຈະຈັດຂຶ້ນໃນວັນທີ 3 ມີນາໄດ້ເສັບສັບຮຽບຮ້ອຍແລ້ວ.

ວັນທີ 2 ມີນາຢູ່ທີ່ປັກກິ່ງ, ທ່ານອູຈ້ຽນມິນ ໂຄສົກຖະແຫຼງຂ່າວຂອງກອງປະຊຸມຄັ້ງນີ້ໄດ້ປະກາດຂ່າວດັ່ງກ່າວ. ທ່ານແນະນຳວ່າ, ໃນໄລຍະປະຊຸມ, ກຳມະການສະພາປຶກສາການເມືອງທົ່ວປະເທດ 2 ພັນກວ່າທ່ານທີ່ເຂົ້າຮ່ວມກອງປະຊຸມຈະປະກອບຄຳຄິດຄຳເຫັນໂດຍໝູນອ້ອມບັນຫາສຳຄັນໃນໂຄງຮ່າງແຜນພັດທະນາ, ແລະການພັດທະນາເສດຖະກິດສັງຄົມ ຂອງຈີນໃນ 5 ປີຂ້າງໜ້າເປັນຈຸດໜັກ; ນອກນີ້, ພວກເຂົາເຈົ້າຍັງຈະເຂົ້ານັ່ງຟັງກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນທີ່ຈະຈັດຂຶ້ນໃນໄລຍະດຽວກັນ, ຮັບຟັງແລະຫາລືບົດລາຍງານວຽກງານລັດຖະບານຂອງທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນ.

ກອງປະຊຸມຄັ້ງນີ້ຈະດຳເນີນເປັນເວລາ 10 ມື້, ຈະປິດປະຊຸມໃນວັນທີ 13 ມີນາ.
|