ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-04 18:46:41    
ວຽກ​ງານ​ກະ​ກຽມ​ທຸກ​ລາຍ​ຂອງ​ກອງ​ປະ​ຊຸມ​ສະ​ໄໝ​ສຳ​ມັນ​ຂອງ​ສະ​ພາ​ປະຊາຊົນແຫ່ງ​ຊາດ​ຈີນ​ເສັດ​ສັບ​ລົງ​ແລ້ວ

cri

ຕາມ​ຂ່າວcri:ວຽກ​ງານ​ກະກຽມ​ທຸກ​ລາຍ​ຂອງ​ກອງ​ປະຊຸມສ​ະ​ໄໝ​ສຳ​ມັນ​ປະຈຳ​ປີ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນທີ່​ຈະ​​ໄຂຂຶ້ນ​ໃນ​ວັນ​ທີ5 ມີນາ​ເສັດ​ສັບ​ໝົດ​ແລ້ວ.

ວັນ​ທີ4 ມີນາ,ຢູ່​ປັກ​ກິ່ງ,ທ່ານ​ຈ່ຽງ​​ເອີ່ນ​ຈູ້  ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ປະກາ​ດຂ່າວ​ດັ່ງ​ກ່າວ.ຕາ​ມທ່ານ​ແນະ​ນຳ​ວ່າ,ວາ​ລະ​ສຳຄັນ​ລາຍ​ໜຶ່ງຂອງກອງ​ປະຊຸມ​ຄັ້ງ​ນີ້​ແມ່ນສຳ​ຫຼວດ​ພິຈາລະນາ​ແລະ​ໃຫ້​ສັດຕະຍາບັນ​ແຜນ​ກຳນົດການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​​ແລະ​ສັງຄົມຂອງ​ຈີນ​ໃນ5ປີ​ຕໍ່ໜ້າ​.ທ່ານ​ກ່າວ​ວ່າ,ແຜນ​ກຳນົດ​ສະ​ບັບນີ້​ໄດ້​ບັນຍາຍ​ຈຸດໝາຍ​ຍຸດ​ທະ​ສາດຂອງ​ການ​ພັດທະນາ​​ເສດຖະກິດສັງ​ຄົນຂອງ​ຈີນ​ໃນ5ປີ​ຕໍ່ໜ້າ​,ການ​ໃຫ້​ສັດຕະຍາບັນແລ​ະປະຕິບັດ​​ແຜນ​ກຳນົດ​ສະບັບ​ນີ້,ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການຊຸກ​ຍູ້ການພັດທະນາ​ຢ່າງຮອບດ້ານຂອງເສດຖກິດ​ສັງ​ຄົມ​​​ຈີນ​.

ນອກ​ນັ້ນ,ກອງ​ປະຊຸມ​ຍັງ​ຈະ​ຟັງ​ຮັບ​ແລະສຳ​ຫຼວດ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ,ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນສູງ​ສຸດ​ແລະ​ອົງການ​ໄອ​ຍະ​ການ​ປະຊາຊົນສູງ​ສຸດ​ເປັນ​ຕົ້ນ.

ກອງ​ປະຊຸມ​ຄັ້ງ​ນີ້ຈະ​ດຳ​ເນີນ10ມື້,​ປິດ​ໃນ​ວັນ​ທີ14 ມີນາ.ຫຼັງ​ຈາກ​ປິດກອງ​ປະຊຸມ​,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນຈະພົບ​ໜ້າຫົວ​ຕາ​ກັບ​ນັກ​ຂ່າວ​​ຈີນ​ແລະ​ຕ່າງປະ​ເທດ​ທີ່​ເອົາ​ຂ່າວກອງ​ປະຊຸມ,​ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.