ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 16:09:15    
ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ໄຂ​ຂຶ້ນ ຈະ​ຕົກ​ລົງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ແຫ່ງ​ລັດ​ໃນ 5 ປີ​ຕໍ່​ໜ້າ

cri Author: da


ຕາມ​ຂ່າວCRI: ກອງ​ປະຊຸມ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄໝ​ທີ 10 ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນຕອນ​ເຊົ້າວັນ​ທີ 5 ມີນາ,ກອງ​ປະຊຸມ​ຈະຕົກລົງ​ຈຸດໝາຍ ນະ​ໂຍບາຍ​ແລະ​ມາດ​ຕະການທີ່​ສຳຄັນຂອງ​ການພັດທະນາ​ເສດຖະກິດ​ແລະ​ສົງ​ຄົມ​ຂອງ​ຈີນ​ໃນ 5 ປີ​ຕໍ່ໜ້າ​.


ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນ​ປະທານ​ກອງ​ປະຊຸມ,ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ລາຍ​ງານ​ວຽກ​ງານ​ລັດຖະບານ​ຕໍ່​ຜູ້​ແທນ​ສະພາ 2900 ກວ່າ​ທ່ານ,​ເນື້ອ​ໃນ​ກວມ​​ເຖິງ​ການ​ສະຫຼຸບ​ວຽກ​ງານ​ປີ​ກາຍແລະ​ຈັດ​ວາງ​ວຽກ​ງານ​ປີ​ນີ້ ​ອະທິບາຍ​ຫຼັກ​ໃຫຍ່​ໃຈຄວາມ​ຂອງ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ​ໃນ 5 ປີ​ຕໍ່ໜ້າ.ຜູ້ນຳ​ພັກ​ລັດຈີນ​ຄືທ່ານ​ຫູ​ຈິນທາວ ທ່ານ​ເຈຍ​ຊິ້ງລິນ ທ່ານ​ເຈິ່ນຊິ້ງຫົງ ທ່ານ​ອູ​ກວ່ນ​ເຈີ້​ງ ທ່ານ​ຫຼີຊາງ​ຊຸ່ນ ທ່ານ​ໂລກັ້ນ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມ.


ໃນ​ບົດ​ລາຍ​ງານ ທ່ານ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ,ຈຸດໝາຍ​ເສດຖະກິດຈີນ​​ປີ​ນີ້​ຈະ​ເຕີບ​ໂຕຢູ່​ລະຫວ່າງ 8%,ສ່ວນຈຸດໝາຍການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ຈີນ​ໃນ 5 ປີ​ຂ້າງ​ໜ​ກຳນົດ​ເປັນ 7,5%ຕໍ່​ປີ. ການສ້າງສາ​ຊົນນະບົດສັງຄົມ​ນິຍົມ​​ແບ​ບ​ໃໝ່ແລະ​ແກ້​ໄຂບັນຫາຜົນ​ປະ​ໂຫຍ​ດຕິດ​ຕົວ​ຂອງ​ມວນຊົນ​ໄດ້​ກວມ​ເນື້ອ​ໃນສ່ວນ​ຫຼາຍໃນ​ບົດ​ລາຍ​ງານ.ທ່ານ​ເວີ່ນ​ເຈ່ຍ​ປາວ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ,ລັດຖະບານ​ຈີນ​ຈະ​ຫັນ​ຈຸດ​ໜັກ​ລົງທຶນ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ໄປ​ສູ່​ຊົນນະບົດ,​ແລະ​ຍົກ​​ເລີກ​ຄ່າ​ສຶກສາຂອງ​​ເດັກຊົນນະບົດ​ໃຫ້​ໝົດ​.ທ່ານ​ຍັງ​ໄດ້​ສະ​ເໜີ​ມາດ​ຕະການ​ລະອຽດ​ກ່ຽວ​ກັບ​ບັນຫາ​ທີ່​ມະຫາຊົນ​ສົນ​ໃຈ​ເຊັ່ນ"ຄ່າປົວ​ພະຍາດ​​ແພງ"​ແລະ"ລາຄາ​​ເຮືອນ​ແພງ"​ເປັນຕົ້ນ.

ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ເນັ້ນວ່າ,ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍ​ໄປ​ສູ່​ສັນຕິພາບ​ ສະຖຽນ​ລະ​ພາບ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ທັງ​ສອງ​ຝ່າຍໄດ້ຜົນປະ​ໂຫຍ​ດພ້ອມ​ກັນແມ່ນ​ຖືກ​ໃຈ​ຄົນ,ຜູ້​ໃດ​ເຈດ​ຕະນາ​ທຳລາຍທ່ວງທ່າ​​ໃຫຍ່ດັ່ງກ່າວ​ນີ້,​ຕ້ອງ​ປະລາ​ໄຊ​ຢ່າງແນ່ນອນ.ການ​ສຳ​ເລັດ​ພາລະກິດ​ໂຮມຊາ​ດ​ເຂົ້າເປັນ​ເອກະ​ພາບໃນ​ທີ່​ສຸດ​ນັ້ນແມ່ນ​ຄວາມ​ມຸ່ງ​ມາດປາຖະໜາ​ຮ່ວມຂອງ​ປະຊາຊົນຈີນ​ທົ່ວ​ຖ້ວນໜ້າ,​ຜູ້ໃດກໍ​ຂີດຂວາງ​ບໍ່​ໄດ້.


​ໃນ​ຂົງ​ເຂດການ​ຕ່າງປະ​ເທດ,ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ກ່າວ​ລື້​ມນະ​ໂຍບາຍ​ການຕ່າງປະ​ເທດ​ສັນຕິພາບ​ທີ່​ເປັນ​ເອກະລາດ​ແລະ​ເປັນ​ເຈົ້າຕົນ​ເອງ ຊຶ່ງ​ລັດຖະບານ​ຈີນ​ປະຕິບັດ​ມາ​ໂດຍຕະຫຼອດ​.